ເກືອບ300ແວັບໄຊຂອງລັດຖະບານແລະສານໄທຖືກບຸກໂຈມຕີ

ເກືອບ300ແວັບໄຊຂອງລັດຖະບານແລະສານໄທຖືກບຸກໂຈມຕີ - ảnh 1
(ພາບ​ປະ​ກອບ)

(vovworld) –​ ​​ ​ເກືອບ 300 ແວັບ​ໄຊ​ຂອງ​ລັດ​ຖະ​ບານ​ ແລະ​ ສານ​ໄທ​ ຖືກ​ແຮກ​ເກີ ບຸກ​ໂຈມ​ຕີ ໃນ​ວັນ​ທີ 13/01. ບັນ​ດາ​ເປົ້າ​ໝາຍ​ບຸກ​ໂຈມ​ຕີ​ທາງ​ເຄືອ​ຂ່າຍ​ອີນ​ເຕີ​ແນດ​ອ້າງ​ຊື່ວ່າ ​ແມ່ນ “ກຸ່ມ​ແຮກ​ເກີຟ້າ​ຜ່າ” ຍອມ​ຮັບ​ດຳ​ເນີນ​ການ​ບຸກ​ໂຈມ​ຕີດ​ັ່ງ​ກ່າວ ​ເພື່ອ​ແນ​ໃສ່​ໂຕ້​ຕອບ​ການຕັດ​ສິນ​ຂອງ​ຝ່າຍໄທ ທີ່​ປະ​ຫານ​ຊີ​ວິດ​ຊາວ​ມຽນ​ມາ 2 ຄົນ ​ຍ້ອ​ນ​ໂທດເຂັ່ນ​ຂ້າ​ນັກ​ທ່ອງ​ທ່ຽ​ວ​ອັງ​ກິດ 2 ຄົນຢູ່​ເກາະເຕົາ ທາງ​ພາ​ກ​ໃຕ້​ໄທ ປີ 2014. ໃນ​ຖ​ະ​ແຫຼງ​ການ​ໜຶ່ງ, ກຸ່ມ​ແຮກ​ເກີ ໃຫ້​ຮ​ູ້​ວ່າ, ຈະ​ບຸກ​ໂຈມ​ຕີ​ “​ແວັບ​ໄຊ​​ທັງ​ໝົດຂອງ​ສານ​ໄທ ຍ​້ອນ​​ໄດ້ຕັດ​ສິນ​ລົງ​ໂທດ​ເຫດ​ເຂັ່ນ​ຂ້າ​​ຄົນ​ຢູ່​ເກາະ​ເຕົາ”.

      ກ່ອນ​ໜ້ານັ້ນ, ໃນ​ເດືອ​ນ 12/2015, ສານ​ໄທ ໄດ້​ຕັດ​ສິນ​ລົງ​ໂທດ​ປະ​ຫານ​ຊີ​ວິດ​ສຳ​ລັບ​ພົນ​ລະ​ເມືອງ​ມຽນ​ມາ 2 ຄົນ ດ້ວຍ​ໂທດ​ກຳ​ທີ່​ວ່າ ໄດ້​ເຂັ່ນ​ຂ້າ​ນັກ​ທ່ອ​ງ​ທ່ຽວ​ອັງ​ກິດ 2 ຄົນ​ຢູ່ເກາະ​ເຕົາ. ຄຳ​ຕັດ​ສິນ​​ຂອງ​ສານ ໄດ້​ເຮັດ​ໃຫ້​ປະ​ຊາ​ຊົ​ນ​ມຽນ​ມາ​ນັບ​ຮ້ອຍ​ຄົນ ​ຮຽກ​ຮ້ອງອ​ພ​ນາດ​ການ​ປົກ​ຄອງ​ໄທ ​ຫຼ​ຸດ​ໂທດໃຫ້ 2 ຄົນ​ດັ່ງ​ກ່າວ.

ຂ່າວ/ບົດ​ອື່ນ