ເຂດວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ອາ​ຊຽນ ​ຢູ່ ສ.ເກົາຫຼີ

(VOVWORLD) -ນີ້ແມ່ນສ່ວນໜຶ່ງຂອງລາຍການ “ວາງສະແດງວັດທະນະທຳ ແລະ ທ່ອງທ່ຽວ ອາຊຽນ” ເພື່ອແນໃສ່ແນະນຳບັນດາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ເຍື່ອງອາຫານຕ່າງໆທີ່ເປັນເອກະລັກສະເພາະຂອງບັນດາປະເທດ ອາຊຽນ.
ເຂດວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ອາ​ຊຽນ ​ຢູ່ ສ.ເກົາຫຼີ - ảnh 1ບັນດາຜູ້ແທນເຂົ້າຮ່ວມພິທີເປີດສະຫຼອງເຂດວັດທະນະທຳ ແລະ ການທ່ອງທ່ຽວ ອາຊຽນ ຢູ່ນະຄອນຫຼວງ ເຊີອູນ (ພາບ:  TTXVN)
 ວັນທີ 4 ພະຈິກ, ສູນ ອາຊຽນ - ສ.ເກົາຫຼີ ໄດ້ຈັດຕັ້ງພິທີເປີດສະຫຼອງເຂດວັດທະນະທຳ ແລະ ການທ່ອງທ່ຽວ ອາຊຽນ ຢູ່ນະຄອນຫຼວງ ເຊີອູນ. ເຂົ້າຮ່ວມເຫດການນີ້ມີທ່ານ Lee Hyuk ເລຂາທິການໃຫຍ່ ສູນ ອາຊຽນ - ສ.ເກົາຫຼີ, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ຫງວຽນຫວູຕຸ່ງ, ທ່ານເອກອັກຄະລັດຖະທູດ ສິງກະໂປ ປະຈຳ ສ.ເກົາຫຼີ Eric Teo, ທ່ານທູດກິດຕິມະສັກ ສູນ ອາຊຽນ - ສ.ເກົາຫຼີ Keum Nana ແລະ ນັກຮ້ອງ ສ.ເກົາຫຼີ Kim Jun-su. ເຂດວັດທະນະທຳ ແລະ ທ່ອງທ່ຽວ ອາຊຽນ ຈະເປີດປະຕູແຕ່ວັນທີ 4 ຫາວັນທີ 25 ພະຈິກ ຈິ່ງອັດລົງ, ເຊິ່ງເປັນບ່ອນວາງສະແດງບັນດາປະເພດສິນຄ້າຫັດຖະກຳຄື, ຜ້າແພ, ເຄື່ອງເຟີນີເຈີ, ປຶ້ມອ່ານ ແລະ ເຄື່ອງອຸປະກອນສື່ສານເຕັກນິກດີຈີຕອນ… ແນະນຳບັນດາປະເທດ ອາຊຽນ ຈາກຫຼາຍແງ່ມູມທີ່ແຕກຕ່າງກັນ. ນີ້ແມ່ນສ່ວນໜຶ່ງຂອງລາຍການ “ວາງສະແດງວັດທະນະທຳ ແລະ ທ່ອງທ່ຽວ ອາຊຽນ” ເພື່ອແນໃສ່ແນະນຳບັນດາສະຖານທີ່ທ່ອງທ່ຽວ, ວັດທະນະທຳ ແລະ ເຍື່ອງອາຫານຕ່າງໆທີ່ເປັນເອກະລັກສະເພາະຂອງບັນດາປະເທດ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ