ເຂດເສດຖະກິດ ຢູງກວັດ ດຶງດູດເງິນລົງທຶນປະມານ 13 ຕື້ USD

ເຂດເສດຖະກິດ ຢູງກວັດ ດຶງດູດເງິນລົງທຶນປະມານ 13 ຕື້ USD - ảnh 1
ເຂດເສດຖະກິດ ຢູງກວັດ
ພາບ:internet

(vovword)- ຕາມ​ແຜນການ​ພັດທະນາ​ເຂດ​ເສດຖະກິດ ຢູງກວັດ ​ໄລຍະ 2012 - 2015 ຊຶ່ງ​ຫາ​ກໍ່​ໄດ້​ປະກາດ​ໃຊ້​ຈາກ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວ໋າງຫງາຍ ​ແລ້ວ, ຮອດ​ປີ 2015 ​​ເຂດ​ເສດຖະກິດ​ດັ່ງກ່າວ​ຈະ​ດຶງ​ດູດ​ເງິນ​ລົງທຶນ​ປະມານ 13 ຕື້ USD. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ນີ້ ​ແຂວງ ກວ໋າງຫງາຍ ຈະ​ສຸມ​ໃສ່​ລົງທຶນ​ພັດທະນາ​ເຂດ​ເສດຖະກິດ ຢູງກວັດ ກາຍ​ເປັນ​ເຂດ​ເສດຖະກິດ​ສັງ​ລວມ, ຫລາຍ​ຂະ​ແຫນງ, ຫລາຍ​ຂົງ​ເຂດ, ​ໃນ​ນັ້ນ​ຈຸດສຸມ​ແມ່ນ​ການ​ພັດທະນາ​ບັນດາ​ຂະ​ແຫນງ​ອຸດສາຫະກຳ​ກັ່ນ​ນ້ຳມັນ, ກົນ​ຈັກ, ຕໍ່​ກຳ​ປັ່ນ ​ແລະ ສ້ອ​ມ​ແປງ​ກຳ​ປັ່ນ, ​ຫລອມ​​ເຫລັກ​ກ້າ ​ແລະ ອຸດສາຫະກຳ​ເບົ່າ​ຕິດ​ພັນ​ກັບ​ການຂຸດ​ຄົ້ນ​ຢ່າງ​ສຸດ​ຂີດ​ທ່າ​ກຳ​ປັ່ນ​ນ້ຳ​ເລິກ ຢູງກວັດ​.​ ທາງ​ແຂວງ ກໍ​ສືບ​ຕໍ່​ລົງທຶນ​ກໍ່ສ້າງ ​ແລະ ພັດທະນາ​​ເຂດ​ເສດຖະກິດ​ດັ່ງກ່າວ​ໃຫ້​ກາຍ​ເປັນ​ຫນຶ່ງ​ໃນ​ບັນດາສູນ​ອຸດສາຫະກຳ - ​ເຂດ​ຕົວ​ເມືອງ - ບໍລິການ​ຂອງ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ກາງ ຫວຽດນາມ.

ຂ່າວ/ບົດ​ອື່ນ