ເງິນຕາຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາສືບຕໍ່ເພີ່ມຂຶ້ນຢ່າງແຮງ

ເງິນຕາຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາສືບຕໍ່ເພີ່ມຂຶ້ນຢ່າງແຮງ - ảnh 1
(ພາບປະກອບ)

(vovworld) – ປີ 2014, ​ແຫຼ່ງເງິນຕາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດຝາກ​ມາໄວ​​ກວ່າ ​ແລະ ສືບ​ຕໍ່​ໄດ້​ຮັບ​ການ​ເຕີບ​ໂຕ​ເປັນ​ຢ່າງ​ດີ. ຄາດ​ວ່າ, ຈຳນວນເງິນຕາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດຝາກ​ມາ ຈະ​ບັນລຸປະມານ 12 – 13 ຕື້ USD (​ເພີ່ມ​ຂຶ້ນ 10% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວກັນ​ຂອງ​ປີ 2013). ຕາມ​ການ​ຕີ​ລາຄາ​ຂອງ​ບັນດາ​ນັກ​ຊ່ຽວຊານ​ດ້ານ​ເສດຖະກິດ​ແລ້ວ, ຫວຽດນາມ ຍັງ​ນອນ​ໃນ​ກຸ່ມ​ເທດຢືນ​ອັນ​ດັບ​ໜຶ່ງ​ໃນ​ໂລກກ່ຽວ​ກັບ​ການ​ດຶງ​ດູດເງິນຕາ​ຕ່າງປະ​ເທດ. ສິ່ງ​ດັ່ງກ່າວ​​ໄດ້​ຊ່ວຍ​ໃຫ້​ຕະຫຼາດ​ເງິນຕາ​ຕ່າງປະ​ເທດ​ເວົ້າ​ລວມ ມີ​ຄວາມ​ເກີດ​ດູນ​​ໃນ​ດຸນ​ຊຳລະສັງ​ລວມ ກໍ່​ຄືດຸນ​ການ​ຄ້າເປັນ​ຢ່າງ​ດີ.

    ຕາມ​ຂໍ້​ສັງ​ເກດ​ຂອງ​ທະນາຄານ​ແຫ່ງ​ລັດ​ແລ້ວ, ຈຳນວນເງິນຕາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດຝາກ​ມາ ​ໃນ​ໂອກາດ​ທ້າຍ​ປີ​ຫຼາຍ​ຄື​ແນວ​ນັ້ນ ​ແມ່ນ​ຍ້ອນ​ມີນະ​ໂຍບາຍ​ມະຫາ​ພາກ​ຢ່າງ​ໝັ້ນຄົງ.  ລັດຖະບັນຍັດ​ດ້ານເງິນຕາ​ຕ່າງປະ​ເທດຝາກ​ມາ ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດຄຸ້ມ​ຄອງ​ເງິນຕາ​ຕ່າງປະ​ເທດ​ຝາກ​ມາຢ່າງ​ແໜ້ນ​ແຟ້ນ. ລັດ​ໄດ້​ຫັນ​ບັນດາ​ຂໍ້ກຳນົດ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ເງິນຕາ​ຕ່າງປະ​ເທດເປັນ​ງ່າຍ​ດ່າຍ ​ໄດ້​ປະກອບສ່ວນດຶງ​ດູດ​​​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດຝາກ​ເງິນຕາ​ມາ.

        ບົດ​ລາຍ​ງານ​ຂອງ​ທະນາຄານ​ແຫ່ງ​ລັດ ສາຂາ​ນະ​ຄອນ​ໂຮ່ຈິ​ມິນ ຊີ້​ໃຫ້​ເຫັນ​ວ່າ, ມີ 74,2% ​ຈຳນວນເງິນຕາ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະ​ເທດຝາກ​ມາ ​ແມ່ນ​ລົງທຶນ​​ໃນ​ຂົງ​ເຂດ​ຜະລິດ ດຳ​ເນີນ​ທຸລະ​ກິດ, 21,8% ​​ແມ່ນ​ລົງທຶນໃນ​ຂົງ​ເຂດ​ອະ​ສັງຫາ​ລິ​ມະ​ຊັບ ​ແລະ 4% ຍັງ​ເຫຼືອ​ແມ່ນ​​ຝາກ​​ມາໃຫ້​ຄອບຄົວ.

ຂ່າວ/ບົດ​ອື່ນ