ເຈລະຈານະໂຍບາຍປ້ອງກັນຊາດຫວຽດນາມແລະອາເມລິກາຄັ້ງທີ4
ຫວຽດນາມ ແລະ ອາເມລິກາດຳເນີນການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ
|
(vovworld)- ໃນວັນທີ 28-29/10 ຢູ່ ນະຄອນຫລວງ ວໍຊັງຕັນ ດີຊີ ຂອງອາເມລິກາ, ຫວຽດນາມ ແລະ ອາເມລິກາ ໄດ້ຈັດຕັ້ງການເຈລະຈານະໂຍບາຍປ້ອງກັນຊາດຂັ້ນຮອງລັດຖະມົນຕີ. ທີ່ການເຈລະຈາຄັ້ງນີ້, ສອງຝ່າຍໄດ້ແລກປ່ຽນ, ຕີລາຄາວິວັດການຮ່ວມມືດ້ານການທະຫານ, ການປ້ອງກັນຊາດສອງຝ່າຍ, ສະພາບຄວາມສະຫງົບຢູ່ພາກພື້ນ ແລະ ບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ,ໃນນັ້ນ ມີຄວາມເສລີ, ຄວາມປອດໄພໃນການເດີນທະເລ ແລະ ບັນດາຄວາມສ່ຽງອາດຈະນາບຂູ່ເຖິງສັນຕິພາບ, ສະຖຽນລະພາບຢູ່ພາກພື້ນ. ຫວຽດນາມ ແລະ ອາເມລິກາ ໄດ້ແບ່ງປັນທັດສະນະລວມກ່ຽວກັບການແກ້ໄຂທຸກບັນຫາທີ່ກ່ຽວຂ້ອງເຖິງຄວາມໝັ້ນຄົງ, ຄວາມປອດໄພກໍຄືການພິພາດອະທິປະໄຕຢູ່ທະເລລະຫວ່າງບັນດາປະເທດຢູ່ເຂດທະເລ ອາຊີຕາເວັນອອກ, ອາຊີຕາເວັນອອກສຽງໃຕ້ ໂດຍສັນຕິວິທີ ຜ່ານການເຈລະຈາທາງການທູດ, ປະຕິບັດຕາມກົດໝາຍສາກົນ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ແລະ ບັນດາຂໍ້ຕົກລົງລະຫວ່າງ ອາຊຽນ ແລະ ຈີນ ໃນການແກ້ໄຊບັນດາບັນຫາບົນທະເລ. ສອງຝ່າຍຕີລາຄາສູງວິວັດການຮ່ວມມືປ້ອງກັນຊາດໃນຂອບເຂດກອງປະຊຸມລັດຖະມົນຕີກະຊວງປອ້ງກັນປະເທດ ອາຊຽນ ເປີດກວ້າງ ແລະ ຖືວ່າ ນີ້ແມ່ນຫນຶ່ງໃນບັນດາອົງປະກອບຄວາມໝັ້ນຄົງໃຫມ່ທີ່ພວມພົ້ນເດັ່ນ, ພວມໄດ້ຮັບການເພີ່ມທະວີ ແລະ ຊຸກຍູ້ຢ່າງແຂງແຮງ. ຝ່າຍ ອາເມລິກາ ຕີລາຄາສູງບົດບາດຂອງຫວຽດນາມໃນບັນດາຂອບເຂດການຮ່ວມມືຫລາຍຝ່າຍ ແລະ ພາກພື້ນ, ປາດຖະຫນາເພີ່ມທະວີການພົວພັນກັບຫວຽດນາມ ແລະ ບັນດາປະເທດອາຊຽນອື່ນ ເພື່ອຊຸກຍູ້ການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ບັນດາຂົງເຂດຮ່ວມມືລະອຽດ. ອາເມລິກາ ໝັ້ນໝາຍສືບຕໍ່ເພີ່ມທະວີການຫນູນຊ່ວຍຫວຽດນາມ ແກ້ໄຂບັນດາບັນຫາລ້າງທາດພິດ ດີໂອຊີນ, ເກັບກູ້ລູກລະເບີດບໍ່ທັນແຕກຫລັງສົງຄາມ, ຊຸກຍູ້ການຊອກຫາ, ກູ້ໄພກູ້ຊີບ, ຫລຸດຜ່ອນໄພທຳມະຊາດ. ພິເສດ ອາເມລິກາ ພ້ອມແລ້ວທີ່ຈະເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນຄວາມສະຫງົບຢູ່ສອງຝັ່ງທະເລສອງປະເທດກໍຄືໃນການບຳລຸງສ້າງຢູ່ບັນດາໂຮງຮຽນການທະຫານ ແລະ ບັນດາໂຄງການສຶກສາສາກົນ.