ເຈົ້າຄອງສູນການເງິນລອນດອນຕີລາຄາສູງຄວາມມານະພະຍາຍາມສ້າງຄວາມໝັ້ນຄົງດ້ານການເງິນ-ການທະນາຄານຂອງຫວຽດນາມ

ເຈົ້າຄອງສູນການເງິນລອນດອນຕີລາຄາສູງຄວາມມານະພະຍາຍາມສ້າງຄວາມໝັ້ນຄົງດ້ານການເງິນ-ການທະນາຄານຂອງຫວຽດນາມ - ảnh 1
ທ່ານ​ນາງ Alderman Fiona Woolf ເຈົ້າ​ຄອງ​ສູນ​ການ​ເງິນລອນ​ດອນ
(ພາບ: vietnam+)


(vovworld) ​​– ​ ​​ເມື່ອ​​ໂອ້​ລົມ​ກັບ​ນັກ​ຂ່າວ​ສຳນັກ​ຂ່າວສານຫວຽດນາມ ປະຈຳ​ອັງກິດ ພາຍຫຼັງ​ການ​ຢ້ຽມຢາມ​ຫວຽດນາມ, ທ່ານ​ນາງ Alderman Fiona Woolf ເຈົ້າ​ຄອງ​ສູນ​ການ​ເງິນລອນ​ດອນ, ຢັ້ງຢືນ​ວ່າ: ພື້ນຖານ​ເສດຖະກິດ​ພວມ​ພັດທະນາ​ຂອງ​ຫວຽດນາມ ອາດ​ຈະນຳ​ມາ​​​ເຊິ່ງກາລະ​ໂອກາດຫຼາຍ​​ທີ່​ໃຫຍ່ຫຼວງ ​ແລະ ຜົນ​ປະ​ໂຫຍ​ດຍາວ​ນານ​ໃຫ້​​ແກ່ວົງ​ການ​ນັກ​ລົງທຶນ​ລາຊະ​ອານາຈັກ​ອັງກິດ.

      ​ເມື່ອ​ເຕື້ອງ​ເຖິງ 3 ຂົງ​ເຂດ​ຕົ້ນ​ຕໍ ​ເຊິ່ງລັດຖະບານ​ຫວຽດນາມ​ ພວມຜັນ​ຂະຫຍາຍ ​ເພື່ອສ້າງ​ເຂດ​ການ​ເງິນ-​ການ​ທະນາຄານ​ເປັນ​ປົກກະຕິ, ທ່ານ​ນາງ Woolf ຖື​ວ່າ: ການ​ສຸມ​ໃສ່​ແກ້​ໄຂ​ບັນດາ​ບັນຫາ​ຂອງ​​ເຂດ​ບໍລິການ​ການ​ເງິນ​ເວົ້າ​ລວມ ​ແມ່ນ​ທິດ​ທາງທີ່​ຖືກຕ້ອງ. ການ​ເງິນ​ໝັ້ນຄົງຈະ​ຊ່ວຍສ້າງພື້ນຖານ​ເສດຖະກິດ​ເປັນ​ປົກກະຕິ ​ແລະ ​ ​ຈະ​ປະກອບສ່ວນ​ຊຸກ​ຍູ້​ເຂດ​ການ​ເງິນ​ມີ​ການເຕີບ​ໂຕ.

      ​ເມື່ອ​ເຕື້ອງ​ເຖິງ​ແງ່ຫວັງ​​ແຫ່ງການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ແລະ ສະຫະພັນ​ເອີ​ລົບ (EU) ​ເວົ້າ​ລວມ, ລາຊະ​ອານາຈັກ​ອັງກິດ ​ເວົ້າ​ສະ​ເພາະ, ທ່ານ​ນາງ Woolf ຢືນຢັນ​ວ່າ: ວົງ​ການ​ນັກ​ລົງທຶນ​ອັງກິດ ​ພວມ​ລໍ​ຖ້າ​ສັນຍາ​ການ​ຄ້າ​ເສລີ (FTA) ລະຫວ່າງ​ຫວຽດນາມ ​ແລະ EU. ວົງ​ການ​ນັກ​ລົງທຶນ​ອັງກິດ​ສະໜັບສະໜູນ ​ແລະ ປາດ​ຖະໜາ​ວ່າ​ສັນຍາ​ການ​ຄ້າ​ເສລີ​ນີ້ຈະ​ໄດ້​ຮັບ​ການ​ລົງ​ນາມ​ຍິ່ງ​ໄວກໍ່​ຍິ່ງ​ດີ ຍ້ອນ​ວ່າ​ສັນຍາ​ການ​ຄ້າ​ເສລີ​ຈະນຳ​ມາ​ເຊິ່ງຜົນ​ປະ​​ໂຫ​ຍດອັນ​ໃຫຍ່​ຫຼວງ​ໃຫ້​ຫວຽດນາມ ​ແລະ ບັນດາ​ປະ​ເທດ EU.

ຂ່າວ/ບົດ​ອື່ນ