ເຈົ້າ​ໜ້າ​ທີ່ ນິວຢອກ ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຈຳ​ແນກ​ການ​ປະ​ພຶດ​ຕໍ່​ຊາວເຊື້ອ​ຊາດ ອາ​ຊີ

(VOVWORLD) -ຕຳຫຼວດສະເພາະກິດຕ້ານການຈຳແນກການປະພຶດຂອງ ນິວຢອກ (ອາເມລິກາ) ພວມຕາມຫາແມ່ຍິງຜິວດຳຄົນໜຶ່ງທີ່ບຸກໂຈມຕີແມ່ຍິງເຊື້ອຊາດ ອາຊີ 2 ຄົນ ໃນຕອນຄ່ຳວັນທີ 03 ພຶດສະພາ, ຢູ່ເຂດໃຈກາງນະຄອນ ຂຶ້ນກັບເມືອງ Manhattan.  
ເຈົ້າ​ໜ້າ​ທີ່ ນິວຢອກ ເພີ່ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຕ້ານ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ ຈຳ​ແນກ​ການ​ປະ​ພຶດ​ຕໍ່​ຊາວເຊື້ອ​ຊາດ ອາ​ຊີ - ảnh 1ການເດີນຂະບວນທີ່ມີຊື່ວ່າ ຈົ່ງຢຸດຕິການຈຳແນກການປະພຶດກັບຊາວເຊື້ອຊາດ ອາຊີ ຢູ່ ນິວຢອກ ໃນວັນທີ 4 ເມສາ 2021 (ພາບ:THX/TTXVN)

     ເຫດການດັ່ງກ່າວ ຊີ້ໃຫ້ເຫັນກະແສຟອງຈຳແນກການປະພຶດຕໍ່ຊາວເຊື້ອຊາດ ອາຊີ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ - 19 ເຊິ່ງພວມນັບມື້ນັບເພີ່ມຂຶ້ນຢ່າງຮ້າຍແຮງຢູ່ຫຼາຍບ່ອນໃນປະເທດ ອາເມລິກາ, ພິເສດ ແມ່ນ ຢູ່ນິວຢອກ ຫວ່າງມໍ່ໆມານີ້.

        ພາຍຫຼັງເຫດການດັ່ງກ່າວໄດ້ເກີດຂຶ້ນປະມານ 2 -  3 ຊົ່ວໂມງ, ວົງການເຈົ້າໜ້າທີ່ ນິວຢອກ ໄດ້ຈັດຕັ້ງເຫດການຢູ່ເຂດ Flusing, ຂຶ້ນກັບເມືອງ Queens ເຊິ່ງເປັນບ່ອນດຳລົງຊີວິດຂອງຊາວເຊື້ອຊາດ ອາຊີ ສ່ວນຫຼາຍ, ເພື່ອແນ່ໃສ່ກ່າວປະນາມກະແສຟອງຈຳແນກການປະພຶດກັບປະຊາຄົມຊາວເຊື້ອຊາດ ອາຊີ ເຊິ່ງພວມດຳລົງຊີວິດຢູ່ ນິວຢອກ. ກ່ອນໜ້ານັ້ນ, ກໍ່ຢູ່ທີ່ນະຄອນດັ່ງກ່າວ ກໍໄດ້ດຳເນີນການເດີນຂະບວນທີ່ມີຊື່ວ່າ “ຈົ່ງຢຸດຕິການຈຳແນກການປະພຶດກັບຊາວເຊື້ອຊາດ ອາຊີ” ເຊັ່ນດຽວກັນ.

ຕອບກັບ

ຂ່າວ/ບົດ​ອື່ນ