ເຊີດຊູບັນດາວິສາຫະກິດເພື່ອຄົນງານ

ເຊີດຊູບັນດາວິສາຫະກິດເພື່ອຄົນງານ - ảnh 1
ເຊີດຊູບັນດາວິສາຫະກິດເພື່ອຄົນງານ
(ພາບ: laodong)


(vovworld) –​ ມີ​ວິ​ສາ​ຫະ​ກິດ 49 ແຫ່ງ​ໄດ້​ຮັບ​ການ​ຍ້ອງຍ​ໍ​ໃນ​ລ​າຍ​ການ “ເຊີດ​ຊູ​ບັນ​ດາ​ວິ​ສາ​ຫະ​ກິດ​ເພື່ອ​ຄົນ​ງານ”, ໂດຍ​ສະ​ຫະ​ພັນ​ໃຫຍ່​ແຮງ​ງານ​ຫວຽດ​ນາມ ສົມ​ທົບ​ກັບ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ, ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ, ໜັງ​ສື​ພິມ​ແຮງ​ງານ​ຈັດ​ຕັ້ງ ໃນ​ຕອນ​ເຊົ້າ​ວັນ​ທີ 27/12. ນີ້​ແມ່ນ​ບັນ​ດາ​ວິ​ສາ​ຫະ​ກິດ​ໄດ້​ຮັບ​ປະ​ກັນ​ວຽກ​ເຮັດ​ງານ​ທຳ, ລາຍ​ຮັບ​​ໃຫ້ຄົນ​ງານ​ໃນ​ລະ​ດັບ​ປານ​ກາງ​ຂຶ້ນ​ໄປ, ປະ​ຕິ​ບັດ​ນະ​ໂຍ​ບາຍ​ສຳ​ລັບ​ຜູ້​ມີ​ຄຸນ​ງາມ​ຄວາມ​ດີ​ເປັນ​ຢ່າງ​ດີ… ທ່ານ​ຟ້າມ​ມິງ​ຮວນ​, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ເນັ້ນ​ໜັກ​ວ່າ.

      “ປະ​ຊາ​ຄົມ​ວິ​ສ​າ​ຫະ​ກິດ​ຂອງ​ຫວຽດ​ນາມ ຈະ​ສືບ​ຕໍ່​ເສີມ​ຂະ​ຫຍາຍ​ມູນ​ເຊື້ອອັນ​ດີ​ງາມ ທັງ​ພັດ​ທະ​ນາ​ເສດ​ຖະ​ກິດ, ທັງ​ເອົາ​ໃຈ​ໃສ່​ເຖິງ​ສິດຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ. ພວກ​ຂ້າ​ພະ​ເຈົ້າ​ກໍ​ປາດ​ຖະ​ໜາ​ວ່າ, ແຕ່​ລະ​ປີ​ຈະ​ມີ​ວິ​ສາ​ຫະ​ກິດ​ນັບ​ພັນ​ແຫ່ງ ເອົາ​ໃຈ​ໃສ່​ເຖິງ​ສິດຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ ບົນ​ພື້ນ​ຖານ​ຮັບ​ປະ​ກັນ​ສິດ​ຜົນ​ປະ​ໂຫຍດ​ຂອງ​ຄົນ​ງານ, ຖື​ຄົນ​ງານ​ແມ່ນ​​ແຫຼ່ງ​ກຳ​ລັງ​ສຳ​ຄັນ​ເພື່ອສ້າງ​ລາຍ​ຮັບ, ກ​ຳ​ໄລ​ໃຫ້​ວິ​ສາ​ຫະ​ກິດ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ.”

ຂ່າວ/ບົດ​ອື່ນ