ເຊັນຂໍ້ຕົກລົງ ລະຫວ່າງ IAEA ແລະ ອີຣານ ກ່ຽວກັບບັນຫານິວເຄຼຍ ໂດຍໄວ


 ເຊັນຂໍ້ຕົກລົງ ລະຫວ່າງ IAEA ແລະ ອີຣານ ກ່ຽວກັບບັນຫານິວເຄຼຍ ໂດຍໄວ - ảnh 1
ທ່ານ Jalili ແລະ ທ່ານ Yukiya Amano ຜູ້ອຳນວຍການ​​ໃຫຍ່ IAEA ໃນການປະຊຸມຂ່າວເມື່ອວັນທີ 21/5 ຢູ່ ເຕເຮຣານ

(vovworld) -  ​ທ່ານ Yukiya Amano ຜູ້ອຳນວຍການ​​ໃຫຍ່ອົງການ​ພະລັງງານ​ປະລະມານູ​ສາກົນ (IAEA) ປະກາດ​ວ່າ ອົງການ​ນີ້​ຈະ​ລົງ​ນາມ​ໃນ​ຂໍ້​ຕົກລົງ ກັບ ອີຣານ ​ໂດຍ​​ໄວ ​ເພື່ອ​ຊອກ​ຫາ​ວິທີ​ແກ້​ໄຂ​ບັນດາ​ການ​ໂຕ້ຖຽງ​ທີ່​ກ່ຽວຂ້ອງ​ເຖິງ​ໂຄງການ​ນິວ​ເຄຼຍຂອງ ​ເຕ​ເຮຣານ. ຜູ້ອຳນວຍການ​ໃຫຍ່ Amano ​ໃຫ້​ຮູ້​ວ່າ: ທ່ານ​ເອງ  ​ແລະ ທ່ານ Saeed Jalili ຫົວຫນ້າ​ຄະນ​ະ​ເຈລະຈາ ນິວ​​ເຄຼຍ ​ເປັນ​ເອກະ​ພາບ​ກັນ ຈະ​ລົງ​ນາມ​ສັນຍາ​ແມ່​ໂດຍ​ໄວ. ທ່ານ Amano ກໍ​ໃຫ້​ຮູ້​ວ່າ: ສັນຍາ​ແມ່​ແມ່ນ​ວິວັດ​ການ​ສຳຄັນ​ໃນ​ບັນຫາ​ນິວ​ເຄຼຍຂອງ ອີຣານ. ສ່ວນ ທ່ານ Jalili ຖະ​ແຫລ​ງວ່າ ບັນດາ​ຄວາມ​ບໍ່​ລົງ​ລອຍ​ກັນຈະ​ບໍ່​ແມ່ນ​ການກີດ​ຂວາງ​ສຳ​ລັບ​ຂໍ້​ຕົກລົງ​ກ່ຽວ​ກັບ​ໂຄງການ​ນິວ​ເຄຼຍຂອງ ອີຣານ. ຫົວຫນ້າ​ຄະນ​ະ​ເຈລະຈາ ອີຣານ ​ໃຫ້​ຮູ້​ວ່າ: ສອງ​ຝ່າຍ​ມີ​ຄວາມ​ເຂົ້າ​ໃຈ​​ທັດສະນະ​ຂອງ​ກັນ​ຢ່າງ​ຈະ​ແຈ້ງ​ກວ່າ ​ແລະ ນັ້ນ​ແມ່ນ​ສາຍ​ເຫດ​ທີ່ພາ​ໄປ​ເຖິງ​ການ​ລົງ​ນາມ​ໃນ​ຂໍ້​ຕົກລົງ​ສະບັບ​ນີ້ລະຫວ່າງ​ສອງ​ຝ່າຍ.

ຂ່າວ/ບົດ​ອື່ນ