ການປຸ່ງແຕ່ງໝາກມວງຫິມະພານເພື່ອສົ່ງອອກ |
(vovworld)- ຕອນເຊົ້າວັນທີ 9/2, ຢູ່ນະຄອນໂຮ່ຈິມິນ, ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ໄດ້ເປັນປະທານກອງປະຊຸມເວທີ່ປາໄສເຊື່ອມຕໍ່ວິສາຫະກິດຊາວຫວຽດນາມອາໄສຢູ່ຕ່າງປະເທດກັບຊາວຫວຽດນາມຢູ່ພາຍໃນປະເທດ. ກອງປະຊຸມແມ່ນເພື່ອແນໃສ່ສ້າງສາຍສຳພັນລະຫວ່າງບັນດາຜູ້ຄຸ້ມຄອງລັດກັບນັກທຸລະກິດ ຊາວຫວຽດນາມອາໄສຢູ່ຕ່າງປະເທດ ແລະ ເປັນຂົວເຊື່ອມຕໍ່ເພື່ອໃຫ້ບັນດາວິສາຫະກິດຫວຽດນາມກັບວິສາຫະກິດຢູ່ພາຍໃນປະເທດເພີ່ມທະວີສາຍພົວພັນຮ່ວມມືໃນຂົງເຂດກະສີກຳ. ທ່ານລັດຖະມົນຕີກະຊວງກະສີກຳ ແລະ ພັດທະນາຊົນນະບົດ ກາວດຶກຟາດ ໃຫ້ຮູ້ວ່າ :
“ ກ່ອນອື່ນໝົດ, ພວກຂ້າພະເຈົ້າເຮັດແຈ້ງບັນດາຂົງເຂດທີ່ພວກເຮົາພວມສົ່ງເສີມບັນດາວິສາຫະກິດລົງທືຶນເຂົ້າ, ໃນນັ້ນ ຕົ້ນຕໍແມ່ນຂົງເຂດປຸ່ງແຕ່ງ ແລະ ການຄ້າ. ເພື່ອໜູນຊ່ວຍບັນດາວິສາຫະກິດລົງທຶນເຂົ້າຂົງເຂດກະສີກຳ, ນອກຈາກນຳສະເໜີບັນດານະໂຍບາຍເປັນປົກກະຕິຍາວນານແລ້ວ, ທາງລັດກໍຄວນຜັນຂະຫຍາຍວຽກງານຫຼາຍຢ່າງທີ່ກ່ຽວຂ້ອງ ”
ທີ່ກອງປະຊຸມ, ບັນດານັກທຸລະກິດ ຊາວຫວຽດນາມອາໄສຢູ່ຕ່າງປະເທດກໍສະແດງຄວາມຫວັງຢາກໃຫ້ລັດມີບັນດານະໂຍບາຍບຸລິມະສິດຕື່ມອີກເພື່ອໃຫ້ ຊາວຫວຽດນາມອາໄສຢູ່ຕ່າງປະເທດລົງທຶນເຂົ້າໃນຂົງເຂດກະສີກຳຫຼາຍກວ່າອີກ. ນາງ ດິງກິມງວດ ນັກທຸລະກິດ ຊາວຫວຽດນາມອາໄສຢູ່ການາດາ ໃຫ້ຮູ້ວ່າ :
ຂ້າພະເຈົ້າຄິດວ່າ ຊາວຫວຽດນາມອາໄສຢູ່ຕ່າງປະເທດຄວນກ້າຫານລົງທຶນ, ພວກເຮົາສາມາດແກ້ໄຂເທື່ອລະກ້າວ, ບໍ່ວ່າຄວາມຫຍຸ້ງຍາກໃດໆ, ພວກເຮົາກໍສາມາດເຮັດໄດ້, ເພາະໃນຕົວຈິງ, ຜູ້ອຸປະໂພກແມ່ນຢາກໄດ້ຊື້ສິນຄ້າ, ສ່ວນພວກເຮົາແມ່ນຢາກຂາຍສິນຄ້າ. ຂ້າພະເຈົ້າປາຖະໜາວ່າ ປະເທດຫວຽດນາມຈະເຕີບໃຫບຍເຂັ້ມແຂງ ”