ເຊື່ອມຕໍ່ອຸດສາຫະກຳສຳຮອງເຂດເສດຖະກິດຈຸດສຸມທາງພາກເໜືອ

ເຊື່ອມຕໍ່ອຸດສາຫະກຳສຳຮອງເຂດເສດຖະກິດຈຸດສຸມທາງພາກເໜືອ - ảnh 1
ທີ່ກອງ​ປະຊຸມ​ສຳ​ມະ​ນາ
(ພາບ: dangcongsan.vn)


(vovworld) -     ກອງ​ປະຊຸມ​ສຳ​ມະ​ນາ “ເຊື່ອມ​ຕໍ່​ອຸດສາຫະກຳ​ສຳຮອງ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ”, ​ໂດຍ​ກະຊວງ​ອຸດສາຫະກຳ​ການ​ຄ້າ ສົມ​ທົບ​ກັບ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ວິ້ງ​ຟຸກ ​ໄດ້ຈັດຕັ້ງຂຶ້ນໃນ​ວັນ​ທີ 21/11, ​​ເພື່ອ​ພັດທະນາ​ອຸດສາຫະກຳ​ສຳຮອງ, ຕ້ອງ​ດຶງ​ດູດ​ການ​ລົງທຶນ​ຈາກ​ຕ່າງປະ​ເທດ ​ແລະ ພາຍ​ໃນ​ປະ​ເທດ​ເຂົ້າ​ໃນ​ຂົງ​ເຂດ​ນີ້ ​ແລະ ມີ​ການ​ຮ່ວມ​ສຳພັນລະຫວ່າງ​ບັນດາ​ທ້ອງ​ຖິ່ນ, ​ເຂດ. ທ່ານ​ຮອງ​ລັດຖະມົນຕີ​ກະຊວງ​ອຸດສາຫະກຳ​ການ​ຄ້າ ​ເລ​​ເຢືອງກວ໋າງ ​ໃຫ້​ຮູ້​ວ່າ.

“ການພັດທະນາ​ອຸດສາ​ຫະກຳ​ສຳຮອງ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ແລະ ຮີບ​ດ່ວນ​ທີ່​ສຸດ. ອຸດສາຫະກຳ​ສຳຮອງ​ບໍ່​ພຽງ​ແຕ່​ແມ່ນ​ຈຸດໝາຍ​ພັດທະນາ​ອຸດສາຫະກຳ​ນັບ​ແຕ່​ນີ້​ຮອດ​ປີ 2020 ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ຂອງ​ບັນດາ​ວິ​ສາ​ຫະກິດ​ອີກ​ດ້ວຍ. ການ​ພັດທະນາ​ອຸດສາ​ຫະກຳ​ສຳຮອງ ກໍ​ເໝາະ​ສົມ​ກັບ​ຮູບ​ແບບ​ວິ​ສາ​ຫະກິດຂະໜາດ​ກາງ ​ແລະ ນ້ອຍ, ພ້ອມ​ທັງ​ເຂົ້າ​ຮ່ວມ​ລະບົບມູນ​ຄ່າ​ທົ່ວ​ໂລກ. ​ເພື່ອ​ພັດທະນາ​ອຸດສາ​ຫະກຳ​ສຳຮອງ​ຕ້ອງ​ສ້າງ​ກອບກົດໝາຍ​ໃຫ້​ສຳ​ເລັດ, ສະດວກ ​ເພື່ອ​ຮັບ​ໃຊ້​ຂະ​ແໜງ ກໍ​ຄື​ວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ອຸດສາ​ຫະກຳ​ສຳຮອງ”.

ໃນ​ຂອບ​ເຂດ​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ວິ​ສາ​ຫະກິດ​ຂຶ້ນ​ກັບ​ຂະ​ແໜງ​ອຸດສາ​ຫະກຳ​ສຳຮອງ ທີ່​ມາ​ຈາກ 6 ​ແຂວງ​ທາງ​ພາກ​ເໜືອ ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​​ແນະນຳຜະລິດ​ຕະພັນ​ອຸດສາ​ຫະກຳ​ສຳຮອງ, ຊອກ​ຫາ​ກາລະ​ໂອກາດ​ໃຫ້​ແກ່​ການພັ​ດທະນາ​ອຸດສາ​ຫະກຳ​ສຳຮອງ.

ຂ່າວ/ບົດ​ອື່ນ