ເດືອນນອງເລືອດທີ່ສຸດຢູ່ ອີຣັກ

ເດືອນນອງເລືອດທີ່ສຸດຢູ່ ອີຣັກ - ảnh 1
ນັບແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ໄດ້ມີ​ຜູ້​ເສຍ​ຊີວິດ​ກ່ວາ 500 ຄົນ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ
(ພາບ: CBCnews)

(vovworld) - ​ເດືອນ 5 ​ໄດ້​ກາຍ​ເປັນ​ເດືອນ​ນອງ​ເລື​ອດທີ່​ສຸດ​ຢູ່ ອີຣັກ, ​ນັບແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ໄດ້ມີ​ຜູ້​ເສຍ​ຊີວິດ​ກ່ວາ 500 ຄົນ​ຍ້ອນ​ການ​ໃຊ້​ຄວາມ​ຮຸນ​ແຮງ. ນີ້​ກໍ່​ແມ່ນ​ເດືອນ​ທີ 2 ຢ່າງ​ລຽນຕິດ​ທີ່ຈຳນວນ​ຜູ້​ຖືກ​ລົ້ມ​ຫາຍ​ຕາຍ​ຈາກ​ຢູ່ ອີຣັກ ​ໄດ້ຂຶ້ນ​ເຖິງ​ກ່ວາ 400 ຄົນ, ລວມ​ຍອດ​ຈຳນວນ​ຜູ້​ເສຍ​ຊີວິດ​ໃນ 2 ​ເດືອນ​ຜ່ານ​ມາ​ຂຶ້ນ​ເຖິງ 960 ຄົນ. ​ເປັນ​ໜ້າ​ສົນ​ໃຈ​ແມ່ນ, ​ການ​ບຸກ​ໂຈມ​ຕີ ​ແລະ ວາງ​ລະ​ເບີດ ພວມ​ມີ​ທ່າ​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ຊຸມ​ວັນ​ມໍ່ໆ​ມາ​ນີ້ ດ້ວຍ​ຈຸດ​ສຸມ​ແມ່ນ​ບັນດາ​ການ​ວາງ​ລະ​ເບີດ​ເມື່ອ​ວັນ​ທີ 27/5 ​ເພືອ​ເລັ່ງ​ໃສ່​ເຂດທີ່​ມີ​ຊາວ​ອິດສະ​ລາມ ນິກາຍ Shi’ite ດຳ​ລົງ​ຊີວິດ ຢູ່​ນະຄອນຫຼວງ ​ແບກ​ແດດ ​​ເປັນ​ຈຳນວນ​ຫຼວງ​ຫຼາຍເຮັດ​​ໃຫ້ມີ​ຜູ້​ເສຍ​ຊີວິດ 58 ຄົນ ​ແລະ ຜູ້​ຖືກ​ບາດ​ເຈັບ 187 ຄົນ. ຕໍ່ໜ້າ​ສະພາບ​ການ​ດັ່ງກ່າວ, ທູດ​ພິ​​ເສດ​ຂອງ​ສະຫະ​ປະຊາ​ຊາດ ຢູ່ ອີຣັກ ທ່ານ Martin Kobler ອີກ​ຄັ້ງ​ໜຶ່ງ​ໄດ້​ກະຕຸກຊຸກຍູ້​ບັນດາ​ການ​ນຳ ອີຣັກ ຍູ້​​ໄວ​ວິວັດ​ການ​ໂອ້​ລົມ​ສົນ​ທະນາ​ເພື່ອ​ແນ​ໃສ່​ຢຸດຕິ​ວິ​ກິດ​ການ​ການ​ເມືອງ​ທີ່​ແກ່ຍາວ​​ໃນຫຼາຍ​ເດືອນ​ຜ່ານ​ມາ. ທ່ານ Kobler ​ເນັ້ນ​ໜັກ​ວ່າ: ບັນດາການ​ນຳ ອີຣັກ ຕ້ອງ​ມີຄວາມ​ຮັບຜິດຊອບຕໍ່​ຊີວິດ​ອິນ​ຊີ​ຂອງ​ສາມັນ​ຊົນ ​ແລະ ມີ​ການ​ເຄື່ອນ​ໄຫວ​ລະອຽດຕ່າງໆ​​ໂດຍໄວ​ເພື່ອ​​ແກ້​ໄຂ​ສະພາບ​ວິ​ກິດ​ການ​ການ​​ເມືອງ.

 

ຂ່າວ/ບົດ​ອື່ນ