ເບັ໋ນແຈ ຕອບບຸນແທນຄຸນ ການປະກອບສ່ວນ ຂອງບັນດາອົງການ, ບຸກຄົນຍີ່ປຸ່ນ
(ພາບປະກອບ)
(vovworld) - ວັນທີ 22/12, ແຂວງເບັ໋ນແຈ ໄດ້ຈັດເວທີປາໄສສະເຫຼີມສະຫຼອງ 40 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຫວຽດນາມ - ຍີ່ປຸ່ນ. ເພື່ອແນໃສ່ຮັບຮູ້ການປະກອບສ່ວນຂອງບັນດາອົງການ, ນັກເຄື່ອນໄຫວສັງຄົມທີ່ມີໃຈບຸນໃຈກຸສົນ ແລະ ວິສາຫະກິດຍີ່ປຸ່ນໃນໄລຍະຜ່ານມາ, ປະກອບສ່ວນສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ຍີ່ປຸ່ນ. ໃນຫຼາຍປີຜ່ານມາ, ບັນດາອົງການໃຈບຸນໃຈກຸ້ສົນ, ສັງຄົມຂອງຍີ່ປຸ່ນ ໄດ້ໃຫ້ການຊ່ວຍເຫຼືອອັນລ້ຳຄ່າ. ພິເສດແມ່ນການໜູນຊ່ວຍດ້ານສາທາລະນະສຸກຂອງສະມາຄົມສົບແວ່ງປາກວີກຍີ່ປຸ່ນ, ສະມາຄົມໜູນຊ່ວຍເດັກນ້ອຍພິການຫວຽດນາມ - ຍີ່ປຸ່ນ ໄດ້ໜູນຊ່ວຍເດັກນ້ອຍ ແຂວງເບັ໋ນແຈ ນັບພັນຄົນ. ເນື່ອງໃນໂອກາດນີ້, ແຂວງເບັ໋ນແຈ ໄດ້ມອບໃບຍ້ອງຍໍໃຫ້ບັນດາບຸກຄົນ, ອົງການໃຈບຸນໃຈກຸສົນ, ສັງຄົມຂອງຍີ່ປຸ່ນ ທີ່ໄດ້ມີການປະກອບສ່ວນຫຼາຍຢ່າງເຂົ້າໃນການຊ່ວຍເຫຼືອປະຊາຊົນແຂວງເບັ໋ນແຈ.