ເປີດຊຸດບຳລຸງວິຊາການສື່ມວນຊົນໃຫ້ນັກຂ່າວລາວ

ເປີດຊຸດບຳລຸງວິຊາການສື່ມວນຊົນໃຫ້ນັກຂ່າວລາວ - ảnh 1
(ພິ​ທີເປີດ​ຊຸດ​ບຳ​ລຸງວິ​ຊາ​ການ​ສື່ມວນ​ຊົນ​ໃຫ້​ນັກ​ຂ່າວ​ລາວ)

(vovworld) - ​​​ ​ພິ​ທີເປີດ​ຊຸດ​ບຳ​ລຸງວິ​ຊາ​ການ​ສື່ມວນ​ຊົນ​ໃຫ້​ນັກ​ຂ່າວ​ລາວ ດ້ວຍ​ຫົວ​ຂໍ້ “ທັກ​ສະ​ໃນ​ການ​ຂຽນ​ຂ່າວ​, ບົດ ໃຫ້​ແກ່​ບັນ​ດາ​ເຫດ​ການ​ໃຫຍ່” ໄດ້​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 16/11 ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ປະ​ເທດ​ລາວ. ນີ້​ແມ່ນ​ຊຸດ​ບຳ​ລຸງວິ​ຊາ​ການ​ຄັ້ງ​ທີ 12 ໂດຍ​ກະ​ຊວງ​ຖະ​ແຫຼງ​ຂ່າວ ແລະ ສື່​ສານ​ຫ​ວຽດ​ນາມ ສົມ​ທົບ​ກັບ ກະ​ຊວງ​ຖະ​ແຫຼງ​ຂ່າວ ​ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ​ລາວ​ຈັດ​ຕັ້ງ​ຂຶ້ນ ເພື່ອ​ສະ​ຫງວນ​ໃຫ້​ບັນ​ດາ​ນັກ​ຂ່າວ​ລາວ. ຊຸດ​ບຳ​ລຸງ​ດັ່ງ​ກ່າວດຳ​ເນີນ​​ໄປເປັນ​ເວ​ລາ​ໜຶ່ງ​ສັບ​ປະ​ດາ ເຊິ່ງ​ມີ​ນັກ​ຂ່າວ 35 ຄົນ ​ທີ່​ມາ​ຈາກ​ບັນ​ດາ​ຫົວ​ໜ່ວຍ​ຂ່າວ​ສານ​ສູນ​ກາງ ແລະ ທ້ອງ​ຖິ່ນ​ຂອງ​ລາວ ໄດ້​ຮຽນ​ຮູ້ບັນທັກ​ສະ​ໃນ​ການ​ຂຽນ​ຂ່າວ​ ບົດ ແບບທັນ​ສະ​ໄໝ.

ຂ່າວ/ບົດ​ອື່ນ