ເປີດສະຫລອງອະນຸສາວະລີປະທານ ໂຮ່ຈິມິນ ຢູ່ ໄຕງວຽນ

 

ເປີດສະຫລອງອະນຸສາວະລີປະທານ ໂຮ່ຈິມິນ ຢູ່ ໄຕງວຽນ - ảnh 1


(VOV) - ຕອນ​ຄ່ຳ​ວັນ​ທີ 9/12 ຢູ່ ນະຄອນ Pleiku ​ແຂວງ ຢາ​ລາຍ ​ໄດ້​ດຳ​ເນີນ​ພິທີເປີດ​ສະ​ຫລອງ​ອະນຸສາວະລີ​ປະ​ທານ​ໂຮ່ຈິ​ມິນ ກັບ​ບັນດາ​ເຜົ່າ​ຢູ່​ໄຕງວຽນ. ກ່າວ​ຄຳ​ເຫັນ​ນະ​ພິທີ, ທ່ານ ຫງວຽນ​​ຟູ​ຈ້ອງ ​ເລຂາທິການ​ໃຫຍ່​ພັກ​ກອມ​ມູນິດ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ: ​ໃນ​ຄາວ​ຍັງ​ມີ​ຊີວິດ, ທ່ານ​ປະທານ​ໂຮ່ຈິ​ມິນ ບໍ່ທັນ​ມີ​ເງື່ອນ​ໄຂ​ໄປ​ຢ້ຽມຢາມ​ເຂດ​ໄຕ​ງວຽນ, ​ແຕ່​ໃນ​ດວງ​ໃຈ​ຂອງ​ເພີ່ນ ຍາມ​ໃດ​​ກໍ່​ຄິດ​ຮອດ​ຄິດ​ເຖິງ, ຮັກ​ແພງ​ປະຊາຊົນ​ບັນດາ​ເຜົ່າ​ຢູ່​ເຂດ ​ໄຕ​ງວຽນ. ສຳລັບ ປະຊາ​ຊົນ​ບັນດາ​ເຜົ່າ​ຢູ່​ເຂດ ​ໄຕ​ງວຽນ, ປະທານ​ໂຮ່ຈິ​ມິນ ​ແມ່ນ​ທວນໄຟ ເຍືອງ​​ທາງ​ບອກ​ທິດ​ເພື່ອ​ໃຫ້​ເຂດ​ໄຕ​ງວຽນ ພ້ອມ​ກັບ​ທົ່ວ​ປະ​ເທດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ຍາດ​ຄວາມ​ເອກະລາດ​​ເສ​ລິ​ພາບ ​ແລະ ມີ​ຊີວິດ​ອີ່ມ​ໜຳ​ສຳລານສົມບູນ​ພູນ​ສຸກ​ຄືທຸກ​ວັນ​ນີ້. ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ​ຈ້ອງ ເນັ້ນຫນັກວ່າ:

“ຂ້າພະເຈົ້າປາດຖະຫນາວ່າ, ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ຢາ​ລາຍ ຈະ​ປະຕິບັດ​ວຽກ​ງານ​ຄຸ້ມ​ຄອງ, ຮັກສາ ​ແລະ ຂຸດຄົ້ນ​ກິດຈະກຳ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ສຶກສາ​ມູນ​ເຊື້​ອປະຕິວັດ​ຂອງ​ພັກ, ຂອງ​ປະ​ເທດ​ຊາດ​. ພວກ​ເຮົາ​ໝັ້ນ​ໝາຍຈະ​ປະຕິບັດ​ຕາມ​ແບບຢ່າງ​ປະທານ​ໂຮ່ຈິ​ມິນ ສູ້​ຊົນ​ສ້າງສາ​ປະ​ເທດ ຫວຽດນາມ ​ໃຫ້ຮັ່ງມີ, ​ເຂັ້ມ​ແຂງ, ປະຊາ​ທິປະ​ໄຕ, ມີ​ຄວາມ​ຍຸຕິ​ທຳ ​ແລະ ສີວິ​ໄລ.”

ຂ່າວ/ບົດ​ອື່ນ