ເປິດສະຫຼອງ ເຂດດຳເນີນພິທີໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9

ເປິດສະຫຼອງ ເຂດດຳເນີນພິທີໃນສຸສານນັກຮົບເສຍສະຫຼະຊີວິດເພື່ອຊາດແຫ່ງຊາດທາງເລກ 9 - ảnh 1
ທ່ານຮອງນາຍົກລັດຖະມົນຕີ Vu Van Ninh ຫໍພິພິຕະພັນປູຊະນີຍະສາຖານ ແທ່ງໂກ໋

(vovworld) – ຕອນ​ຄຳ່​ວັນ​ທີ 22/7, ຂະ​ແໜງ​ການ​​ເງິນ​ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ຈີ້ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະຫຼອງ​ໄລຍະ 1 ກິດຈະກຳ​ຍົກ​ລະດັບ, ບູລະນະ​ປະຕິສັງຂອນ​ເຂດ​ດຳ​ເນີນ​ພິທີ​​ໃນສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9. ​ໄລຍະ 1 ຂອງ​ກິດຈະກຳ​ຍົກ​ລະດັບ​ບູລະນະ​ປະຕິສັງຂອນເຂດ​ດຳ​ເນີນ​ພິທີ​ໃນ​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9 ມີ​ຍອດ​ເງິນ​ລົງທຶນ​ກໍ່ສ້າງ​ກ່ວາ 40 ຕື້​ດົ່ງ ຈາກ​ການ​ບໍລິຈາກຂອງ​ພະນັກງານ, ພາລະ​ກອນ​ຂະ​ແໜງ​ການ​​ເງິນ​ໃນ​ທົ່ວ​ປະ​ເທດ ກ່ວາ 80.000 ຄົນ. ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​ສະຫຼອງ, ທ່ານ​ຮອງ​ນາຍົກລັດຖະມົນຕີ Vu Van Ninh ​ເນັ້ນ​ໜັກ​ວ່າ:

“ຂ້າພະ​ເຈົ້າ​ສະ​ເໜີ​ໃຫ້​ຄະນະ​ພະນັກງານ​ຄະນະ​ພັກ​ການ​ເງິນ ສືບ​ຕໍ​່ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ກັບ​ແຂວງ ກວາງ​ຈີ້ ປຸກລະດົມ​ການ​ໂຄສະນາ​ເຜີຍ​ແຜ່​ແນະນຳ​ບັນດາ​ອົງການ, ຫົວໜ່ວຍ, ສ່ວນ​ບຸກຄົນ​ຕັ້ງໜ້າ​ປະກອບເຫ່ືອ​ແຮງ ​ເພື່ອ​ສ້າງ​ສຳ​ເລັດ​ເຂດ​ດຳ​ເນີນ​ພິທີຢູ່​ສຸສານ​ນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ແຫ່ງ​ຊາດ​ທາງ​ເລກ 9. ຂ​້າພະ​ເຈົ້າຮຽກ​ຮ້ອງ​ໃຫ້​ທຸກ​ຂັ້ນ, ທຸກຂະ​ແໜງ​ການ, ບຸກຄົນ ສືບ​ຕໍ່​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຫຼາຍ​ຢ່າງ, ປະຕິບັດ​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ​ຜູ້​ມີ​ຄຸນງາມຄວາມດີ​ຕໍ່​ການ​ປະຕິວັດ​ຢ່າງ​ມີ​ປະສິດທິ​ຜົນ.”

ຂ່າວ/ບົດ​ອື່ນ