( vovworld ) – ວັນທີ 4/5, ຢູ່ທີ່ສູນອີນເຕີແນັດຫວຽດນາມ ໄດ້ຈັດຕັ້ງພິທີເປີດສະຫຼອງກິດຈະກຳສຳນັກງານສາຂາສູນອີນເຕີແນັດຫວຽດນາມ ຢູ່ເຂດອຸດສາຫະກຳເຕັກໂນໂລຊີສູງ ຮ່ວາຫຼາກ, ຊານນະຄອນໂຮ່ໂນ້ຍ, ກ່າວຄຳເຫັນທີ່ພິທີ, ທ່ານຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ແລະ ສື່ສານ Tran Duc Lai ຊີ້ແຈ້ງວ່າ.
“ ເລື່ອງເປີດສະຫຼອງກິດຈະກຳສຳນັກງານສາຂາສູນອີນເຕີແນັດຢູ່ ຮ່ວາຫຼາກ ໄດ້ເປັນຂີດໝາຍພັດທະນາຂອງເຄື່ອຂ່າຍອີນເຕີແນັດຫວຽດນາມ, ຍົກສູງຄວາມສາມາດຄຸ້ມຄອງລັດຂອງກະຊວງຖະແຫຼງຂ່າວ ແລະ ສື່ສານ, ຢັ້ງຢືນການພັດທະນາຂອງສູນອີນເຕີແນັດຫວຽດນາມ ທີ່ນັບມື້ນັບແຂງແຮງ ແລະ ເຕີບໃຫຍ່, ພາຍຫຼັງທີ່ມີກິດຈະກຳດ້ານອີນເຕີແນັດເຊັ່ນດຽວກັນໄດ້ຮັບການເປີດສະຫຼອງໃນເດືອນ 3/2012 ຢູ່ທີ່ນະຄອນ ດາໜັ້ງ. ສຳນັກງານສາຂາສູນອີນເຕີແນັດຢູ່ ຮ່ວາຫຼາກ ຈະແມ່ນພາກສ່ວນໜື່ງທີ່ສຳຄັນຂອງລະບົບອີນເຕີແນດຄວາມໄວສູງແຫ່ງຊາດ, ຊ່ວຍໃຫ້ການເພີ່ມທະວີຄວາມສາມາດໃນການກຽມພ້ອມແກ້ໄຂກໍລະນີສຸກເສີນ, ຮັບປະກັນການສະໜອງຂໍ້ມູນຂ່າວສານຜ່ານເຄື່ອຂ່າຍອີນເຕີແນັດ ຢ່າງວ່ອງໄວທັນການ ”.