ເປີດສະຫຼອງອະນຸສາວະລີທ່ານເລຂາທິການໃຫຍ່ ເຈື່ອງຈິງ

(VOVWORLD) -ວັນທີ 02 ກຸມພາ, ຄະນະກຳມະການປະຊາຊົນເມືອງ ຊວັນເຈື່ອງ, ແຂວງ ນາມດິ້ງ ໄດ້ຈັດພິທີເປີດສະຫຼອງອະນຸສາວະລີທ່ານເລຂາທິການໃຫຍ່ ເຈື່ອງຈິງ, ຢູ່ເທດສະບານ ຊວັນເຈື່ອງ, ເມືອງ ຊວັນເຈື່ອງ.

ເປີດສະຫຼອງອະນຸສາວະລີທ່ານເລຂາທິການໃຫຍ່ ເຈື່ອງຈິງ - ảnh 1 ພິທີເປີດສະຫຼອງອະນຸສາວະລີທ່ານເລຂາທິການໃຫຍ່ ເຈື່ອງຈິງ

(ພາບ: TTXVN)

ທ່ານ ດ່ວານຮົ່ງຟອງ, ເລຂາຄະນະພັກແຂວງນາມດິ້ງ ເນັ້ນໜັກວ່າ: ນີ້ແມ່ນກິດຈະກຳທີ່ມີຄວາມໝາຍດ້ານການເມືອງ, ປະຫວັດສາດ, ວັດທະນະທຳສຳຄັນ, ແມ່ນບ່ອນເກັບຮັກສາ, ສຶກສາມູນເຊື້ອຮັກຊາດ, ການປະຕິວັດຂອງບ້ານເກີດເມືອງນອນ, ປະເທດຊາດໃຫ້ແກ່ລຸ້ນໜຸ່ມ. ເຂດອະນຸສາວະລີທ່ານເລຂາທິການໃຫຍ່ ເຈື່ອງຈິງ ຈະແມ່ນເຂດບູຊາ, ສະຖານທີ່ຈິດວິນຍານ ສົມທົບກັບການທ່ອງທ່ຽວ, ແນະນຳ, ໂຄສະນາພາບພົດແຂວງນາມດິ້ງ - ເຊິ່ງແມ່ນເຂດບ້ານນາແຫ່ງອະລິຍະທຳ, ປະຕິວັດ.

ຕອບກັບ

ຂ່າວ/ບົດ​ອື່ນ