ເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມິນ ຢູ່ລາວ
ເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມິນ ຢູ່ລາວ
(ພາບ: vietnamplus.vn)
(vovworld) – ຕອນເຊົ້າວັນທີ 11/06, ຢູ່ເມືອງ ໄກສອນ ພົມວິຫານ, ຂຶ້ນກັບແຂວງ ສະຫວັນນະເຂດ, ຫໍພິພິຕະພັນ ໄກສອນ ພົມວິຫານ ສົມທົບກັບອຳນາດການປົກຄອງທ້ອງຖິ່ນ ຈັດຕັ້ງພິທີເປີດສະຫຼອງເຂດອາໄລຫາປະທານໂຮ່ຈິມິນ ເນື່ອງໃນໂອກາດສະເຫຼີມສະຫຼອງ 124 ປີ ແຫ່ງວັນຄ້າຍວັນເກີດປະທານໂຮ່ຈິມິນ (15/05/1890 – 19/05/2014). ເຂດດັ່ງກ່າວໄດ້ຮັບການກໍ່ສ້າງເພື່ອແນໃສ່ອາໄລຫາເຖິງໄລຍະທີ່ປະທານໂຮ່ຈິມິນ ເຄື່ອນໄຫວຢູ່ລາວ ໃນຊຸມປີ 1928 – 1929. ກ່າວຄຳເຫັນທີ່ພິທີ, ທ່ານ ສຸພັນ ແກ້ວມີໄຊ ເຈົ້າແຂວງແຂວງສະຫວັນນະເຂດ ແລະ ທ່ານ ສຸວັນດີ ສີສະຫວັດ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ຫົວໜ້າຄະນະຮັບຜິດຊອບຫໍພິພິທະພັນ ໄກສອນ ພົມວິຫານ ໄດ້ທົບທວນຄືນຊີວິດແຫ່ງການເຄື່ອນໄຫວປະຕິວັດຂອງປະທານໂຮ່ຈິມິນ, ຜູ້ທີ່ໄດ້ກໍ່ຕັ້ງສາຍພົວພັນແບບພິເສດລະຫວ່າງຫວຽດນາມ - ລາວ, ພ້ອມທັງຢືນຢັນວ່າ ກິດຈະກຳ ຈະປະກອບສ່ວນສຳຄັນເຂົ້າໃນການໂຄສະນາໃຫ້ປະຊາຊົນ 2 ປະເທດ ເຂົ້າໃຈແຈ້ງກ່ຽວກັບຊີວິດ ແລະ ພາລະກິດທີ່ຍິ່ງໃຫຍ່ຂອງປະທານໂຮ່ຈິມິນ ທີ່ມີຕໍ່ພາລະກິດປະຕິວັດຂອງ 2 ປະເທດ, ເພື່ອປະກອບສ່ວນເພີ່ມພູນຄຸນສ້າງສາຍພົວພັນແບບພິເສດລະຫວ່າງລາວ - ຫວຽດນາມ ໃຫ້ນັບມື້ນັບໝັ້ນຄົງໜັກແໜ້ນ.