ເປີດສະຫຼອງເສັ້ນທາງຄວາມໄວສູງຮ້າລອງ-ຮ໋າຍຟອງ

(VOVWORLD) - ເສັ້ນທາງຄວາມໄວສູງ ແລະ ຂົວແບັກດັ່ງ ທັນສະໄໝນີ້ ແມ່ນການລົງທຶນກ້ອນໃຫຍ່ກ່ຽວກັບແຫຼ່ງກຳລັງ, ເຫື່ອແຮງ, ສະຕິປັນຍາຂອງປະເທດຊາດ, ນັບແຕ່ບັນດານັກລົງທຶນຕະຫຼອດຮອດປະຊາຊົນ...
ເປີດສະຫຼອງເສັ້ນທາງຄວາມໄວສູງຮ້າລອງ-ຮ໋າຍຟອງ - ảnh 1 ພິທີເປີດສະຫຼອງຂົວແບັກດັ່ງ

ຕອນເຊົ້າວັນທີ 1 ກັນຍາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີ ແລະ ຕັດແຖບຜ້າເປີດສະຫຼອງເສັ້ນທາງຄວາມໄວສູງຮ້າລອງ-ຮ໋າຍ ຟອງ ແລະ ຂົວແບັກດັ່ງ ພາຍຫຼັງຜັນຂະຫຍາຍການກໍ່ສ້າງມາເປັນເວລາກວ່າ 3 ປີ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເນັ້ນໜັກວ່າ:

“ເສັ້ນທາງຄວາມໄວສູງ ແລະ ຂົວແບັກດັ່ງ ທັນສະໄໝນີ້ ແມ່ນການລົງທຶນກ້ອນໃຫຍ່ກ່ຽວກັບແຫຼ່ງກຳລັງ, ເຫື່ອແຮງ, ສະຕິປັນຍາຂອງປະເທດຊາດ, ນັບແຕ່ບັນດານັກລົງທຶນຕະຫຼອດຮອດປະຊາຊົນ, ອຳນາດການປົກຄອງ ແລະ ບັນດາກົມກອງຜັນຂະຫຍາຍ. ໜ້າທີ່ສຳຄັນຕໍ່ໄປຂອງພວກເຮົາແມ່ນ ເຮັດແນວໃດເພື່ອໃຫ້ການລົງທຶນນີ້ມີປະສິດທິຜົນຢ່າງແທ້ຈິງ. ສິ່ງດັ່ງກ່າວນີ້ແມ່ນຂຶ້ນກັບດ້ານເສດຖະກິດ ແລະ ທ່ອງທ່ຽວຂອງແຂວງກວ໋າງນິງ ແລະ ນະຄອນຮ໋າຍຟອງໃນໄລຍະຈະມາເຖິງ. ຂ້າພະເຈົ້າສະເໜີໃຫ້ອຳນາດການປົກຄອງ ແຂວງກວ໋າງນິງ ແລະ ນະຄອນຮ໋າຍຟອງ ສືບຕໍ່ປ່ຽນແປງໃໝ່ວິທີດຶງດູດການລົງທຶນ, ປັບປຸງສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ ເພື່ອພັດທະນາໄວກວ່າ, ຮອບດ້ານກວ່າ ແລະ ມີຄຸນນະພາບສູງກວ່າ ເພື່ອເຮັດໃຫ້ພາກພື້ນນີ້ກາຍເປັນສູນກາງແຫ່ງການທ່ອງທ່ຽວ, ປຸງແຕ່ງ ແລະ ປະດິດຄິດສ້າງແຖວໜ້າຂອງປະເທດ”

ຕອບກັບ

ຂ່າວ/ບົດ​ອື່ນ