ເປີດສະໜອງກິດຈະກຳຂົວໃໝ່ຂ້າມແມ່ນ້ຳ ຮ່ານ - ດ່ານັ້ງ

ເປີດສະໜອງກິດຈະກຳຂົວໃໝ່ຂ້າມແມ່ນ້ຳ ຮ່ານ - ດ່ານັ້ງ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
ເຂົາຮ່ວມ​ພິທີ​ເປີດ​ສະໜອງ​ ​ແລະ ນຳ​ເຂົ້າ​ໃຊ້​ການກິດຈະກຳຂົວ​ໃໝ່​ຂ້າມ​ແມ່​ນ້ຳ​ຮ່າ​ນ
(ພາບ: dantri.com.vn)


(vovworld) -  ເນື່ອງ​ໃອກາດ​ສະ​ເຫຼີ​ມສະຫຼອງ 38 ປີ​ແຫ່ງ​ວັນ​ປົດ​ປ່ອຍ​ດ່ານັ້ງ, ຕອນ​ເຊົ້າ​ວັນ​ທີ 29/03, ນະຄອນ​ດ່າ​ນັ້ງ ​ໄດ້​ຈັດ​ຕັ້ງ​ພິທີ​ເປີດ​ສະໜອງ​ ​ແລະ ນຳ​ເຂົ້າ​ໃຊ້​ການກິດຈະກຳຂົວ​ໃໝ່​ຂ້າມ​ແມ່​ນ້ຳ​ຮ່າ​ນ ​ຊິ່ງແມ່ນ​ຂົວ ​ໂຣ່ງ ​ແລ​ະ ຂົວ ​ເຈີ​ນທິຫຼີ໋. ​ເຂົ້າ​ຮ່ວມແລະກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ຕີ​ລາຄາ​ສູງ​ເລື່ອງ​ດ່າ​ນັ້ງ ​ໄດ້​ກໍ່ສ້າງບັນດາ​ຂົວຂ້າມ​ແມ່​ນ້ຳ​ຮ່າ​ນ ​ເຊິ່ງ​ໄດ້​ຊຸກຍູ້​ບັນດາ​​ເມືອງ ​ເຊີ​ນຈ່າ, ຫງຸແຮ່ງ​ເຊີນ ພັດທະນາ​ຢ່າງ​​ແຮງ ​ແລະ ກາຍ​ເປັນ​ສະຖານ​ທີ່​ດຶງ​ດູດ​ບັນດາ​ນັກ​ລົງທຶນ. ບັນດາ​ກິດຈະກຳ​ຂົວ​ໃໝ່ຂ້າມ​​ແມ່​ນ້ຳ​ຮ່າ​ນ ລ້ວນ​ແຕ່​ນອນ​ໃນ​ເສັ້ນທາງ​ຄົມ​ມະ​ນາ​ຄົມ​ສຳຄັນ​ຂອງ​ນະຄອນ, ຢັ້ງຢືນ​ທີ່​ຕັ້ງ​ຂອງ​ນະຄອນ​ດ່າ​ນັ້ງ ​ແມ່ນ​ສູນກາງ​​ເສດຖະກິດ - ການ​ເມືອງ - ວັດທະນະທຳ - ສັງຄົມ​ຂອງ​ບັນດາ​ແຂວງ​ທາງ​ພາກ​ກາງ ​ແລະ ​ເຂດ​ໄຕ​ຫງວຽນ.

ຂ່າວ/ບົດ​ອື່ນ