ພາບປະກອບຈາກ dulichvietnam.com.vn.
(vovworld) – ບໍລິສັດໃຫຍ່ການບິນຫວຽດນາມ (ຫວຽດນາມແອລາຍ) ຈະເປີດສາຍການບິນສາກົນໃໝ່ວິງ - ວຽງຈັນ ຢ່າງເປັນທາງການ, ແຕ່ວັນທີ 12/1/2014ເປັນຕົ້ນໄປ, ດ້ວຍ 4 ຖ້ຽວ/ສັບປະດາໃນວັນຈັນ, ວັນພະຫັດ, ວັນເສົາ ແລະ ວັນອາທິດ ດ້ວຍເຮືອບິນ ATR – 72. ບັນດາຖ້ຽວບິນເລີ່ມບິນຈາກນະຄອນວິງ ແຕ່ເວລາ 8 ໂມງ 40 ນາທີ ແລະ ຈາກ ວຽງຈັນແຕ່ເວລາ 10 ໂມງ 40 ນາທີ, ເວລາບິນ 1 ກວ່າຊົ່ວໂມງ, ສາຍການບີນ ວິງ - ວຽງຈັນ ແມ່ນສາຍການບິນສາກົນທຳອິດ ທີ່ຫວຽດນາມ ແອລາຍ ນຳເຂົ້າຂຸດຄົ້ນໃນປີ 2014, ອັນໄດ້ຍົກຈຳນວນສາຍການບິນຂອງຫວຽດນາມແອລາທັງຢູ່ພາຍໃນ ແລະ ຕ່າງປະເທດຂຶ້ນ 93 ສາຍ.