ເປີດສາຍການບິນຮ່າໂນ້ຍ(ຫວຽດນາມ)ໄປໄທເປ,ໄຕຫວັນ(ຈີນ)

ເປີດສາຍການບິນຮ່າໂນ້ຍ(ຫວຽດນາມ)ໄປໄທເປ,ໄຕຫວັນ(ຈີນ) - ảnh 1
(ພາບປະກອບ)

(vovworld) - ບໍລິສັດ​ການບິນ Vietjet ຫາ​ກໍ່​ປະກາດ​ເປີດ​ສາຍ​ການບິນ​ໃໝ່ ​ເຊື່ອມ​ຕໍ່​ນະຄອນຫລວງ ຮ່າ​ໂນ້ຍ ຂອງ ຫວຽດນາມ ກັບ ນະຄອນຫລວງ ​ໄທ​ເປ​ ຂອງ ​ໄຕ​ຫວັນ ຈີນ ​ແຕ່​ວັນ​ທີ 1/2/2016. ສາຍ​ການບິນ​ຈາກ ຮ່າ​ໂນ້ຍ ​ເຖິງ ​ໄທ​ເປ​ ​ໃຊ້ເວລາ​ບິນ​ແມ່ນ 2 ຊົ່ວ​ໂມງ 40 ນາທີ. Vietjet ກໍ່ພວມຂຸດ​ຄົ້ນ​ສາຍ​ການບິນ​ຈາກນະຄອນ ​ໂຮ່ຈີ​ມິນ ​ໄປ ​ໄທ​ເປ ດ້ວຍ 7 ຖ້ຽວບິນ​ຕໍ່ອາທິດ. ຕາມ​ກົມ​ໃຫຍ່​ທ່ອງ​ທ່ຽວ ຫວຽດນາມ, ​ຄິດໄລ່​ຮອດ​ທ້າຍ​ປີ 2015, ຍອດ​ຈຳນວນ​ແຂ​ກທ່ອງ​ທ່ຽວ ​ໄຕ​ຫວັນ, ຈີນ ມາ ຫວຽດນາມ ບັນລຸ​ເກືອບ 440.000 ​ເທື່ອ​ຄົນ​ໃນ​ປີ 2015, ​ເພີ່ມ 112%, ຖັດຈາກ ຈີນ, ສ.​ເກົາຫຼີ, ຍີ່ປຸ່ນ ​ແລະ ອາ​ເມ​ລິ​ກາ. ​ໃນ​ຂະນະ​ນັ້ນ ຈຳນວນ​ແຂ​ກທ່ອງ​ທ່ຽວ ຫວຽດນາມ ​ໄປ ​ໄຕ​ຫວັນ ຈີນ ບັນລຸ​ເກືອບ 150.000 ​ເທື່ອຄົນ, ​ເພີ່ມຂຶ້ນ​ເກືອບ 7% ​ໃນ​ປີ 2015.

ຂ່າວ/ບົດ​ອື່ນ