ເປີດຫ້ອງການເສດຖະກິດ-ການຄ້າບຸນກາຣີ ຢູ່ນະຄອນໂຮ່ຈີມິນ

ເປີດຫ້ອງການເສດຖະກິດ-ການຄ້າບຸນກາຣີ ຢູ່ນະຄອນໂຮ່ຈີມິນ - ảnh 1
ທ່ານ​ປະທານ​າທິບໍດີ Rosen Plevnelive ກ່າວຄຳເຫັນທີ່ເວທີປາໄສ
(ພາບ: baomoi.com)

(vovworld) – ກ່າວ​ຄຳ​ເຫັນ​ທີ່​ພິທີ​ເປີດ​​ຫ້ອງການ​ເສດຖະກິດ-ການ​ຄ້າ​ບຸນ​ກາ​ຣີຢູ່​ນະຄອນ​ໂຮ່ຈີ​ມິນ ​ໃນ​ຕອນ​ເຊົ້າ​ວັນ​ທີ 31/10, ທ່ານ​ປະທານ​າທິບໍດີ Rosen Plevnelive ​ເນັ້ນ​ໜັກ​ເລື່ອງ​ເປີດ​ຫ້ອງການ​ເສດຖະກິດ - ການ​ຄ້ານ ບຸນ​ກາຣີ ຢູ່​ເມືອງ 1, ນະຄອນ ​ໂຮ່ຈີ​ມິນ, ​ແມ່ນ​ຂໍ້​ລິ​ເລີ່​ມທີ່​ຖືກຕ້ອງ ​ແລະ ທັນ​ການ, ຜ່ານ​ນັ້ນ​ປະຕິບັດ​ບັນດາເອກະສານ​ສຳຄັນ​ທີ່​ຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ 2 ປະ​ເທດ, ຊຸກຍູ້​ສາຍ​ພົວພັນ​ຕາມ​ທິດ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ, ຮູບ​ແບບ​ການ​ຮ່ວມ​ມື​ເສດຖະກິດ​ໃໝ່. ບຸນ​ກາຣີ ຮັບ​ຮູ້​ການຮ່ວມ​ມື​ກັບ ຫວຽດນາມ ​ແມ່ນ​ສຳຄັນ​ທີ່​ສຸດ ​ແລະ ​ແມ່ນ​ພື້ນຖານ​ຍຸດ​ທະ​ສາດ​ເພື່ອ​ເປີດ​ກ້ວາງ​ຕະຫຼາດ​ອອກ​ສູ່ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ອາຊີ. ​ເລື່ອງເປີດ​ຫ້ອງການ​​ເສດຖະກິດ - ການ​ຄ້າ ​​ໄດ້​ຊ່ວຍ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ບັນດາ​ວິ​ສາ​ຫະກິດ ບຸນ​ກາຣີ ພວມ​ຢາກ​ລົງທຶນ​ເຂົ້າ ຫວຽດນາມ.

        ທ່ານນາງ ຫງວຽນ​ທິຮົ່ງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ​ໂຮ່ຈີ​ມິນ, ຢືນຢັນ​ນະຄອນ ​ໂຮ່ຈີ​ມິນ ພ້ອມ​ກັບ​ຫ້ອງການ​ເສດຖະກິດ - ການ​ຄ້າ ບຸນ​ກາຣີ ປະຕິບັດ​ບົດບາດ​ເປັນ​ຂົວ​ເຊື່ອມ​ຕໍ່​ເພື່ອ​ໃຫ້​ວິ​ສາ​ຫະກິດ ບຸນ​ກາຣີ ສຳ​ພັດ​ກັບ​ບັນດາ​ຄວາມ​ສາມາດ​ບົ່ມ​ຊ້ອນ​ເສດຖະກິດ​ຂອງ ຫວຽດນາມ ​ແລະ ນະຄອນ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ປະທານາທິບໍດີ ບຸນ​ກາຣີ Rosen Plevnelive ​ໄດ້​ໄປ​ຢ້ຽມຢາມເຂດທາງ ອຸມົງ ກູ໋ຈີ ​ແລະ ວິຫານ ​ແບ໋ນ​ເຢືອກ. ຕອນ​ບ່າຍ​ວັນ​ທີ 31/10, ຄະນະ​ອອກ​ຈາກ​ນະຄອນ ​ໂຮ່ຈີ​ມິນ, ສິ້ນ​ສຸດ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ.

 

 

ຂ່າວ/ບົດ​ອື່ນ