ເປັນ​ຄັ້ງ​ທຳ​ອິດ ວົງ​ເງິນ​ການ​ສົ່ງ​ອອກ​ໃນ​ຂົງ​ເຂດຕຳ​ແຜ່ນ​ຕັດ​ຫຍິບລື່ນ​ກາຍ 4 ຕື້ USD

(VOVWORLD) - ຍອດວົງເງິນການສົ່ງອອກຂອງຂະແໜງຕຳແຜ່ນຕັດຫຍິບ ໃນ 7 ເດືອນຕົ້ນປີ ບັນລຸເກືອບ 24 ຕື້ USD, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. 
ເປັນ​ຄັ້ງ​ທຳ​ອິດ ວົງ​ເງິນ​ການ​ສົ່ງ​ອອກ​ໃນ​ຂົງ​ເຂດຕຳ​ແຜ່ນ​ຕັດ​ຫຍິບລື່ນ​ກາຍ 4 ຕື້ USD - ảnh 1ພາບປະກອບ: TTXVN

ຕາມຕົວເລກສະຖິຕິຫຼ້າສຸດຂອງກົມໃຫຍ່ພາສີອາກອນແລ້ວ, ວົງເງິນການສົ່ງອອກຂົງເຂດຕຳແຜ່ນຕັດຫຍິບໃນເດືອນກໍລະກົດບັນລຸເກືອບ 4,3 ຕື້ USD, ເພີ່ມຂຶ້ນກ່ວາ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2024. ນີ້ແມ່ນເດືອນທຳອິດໃນປີ ມີວົງເງິນການສົ່ງອອກໃນຂົງເຂດຕຳແຜ່ນຕັດຫຍິບລື່ນກາຍຕົວເລກ 4 ຕື້ USD ແລະ ກໍ່ເປັນເດືອນທີ່ມີວົງເງິນສົ່ງອອກສູງທີ່ສຸດນັບແຕ່ເດືອນສິງຫາ ປີ 2022.

ຍອດວົງເງິນການສົ່ງອອກຂອງຂະແໜງຕຳແຜ່ນຕັດຫຍິບ ໃນ 7 ເດືອນຕົ້ນປີ ບັນລຸເກືອບ 24 ຕື້ USD, ເພີ່ມຂຶ້ນເກືອບ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ປັດຈຸບັນ ຫວຽດນາມ ສົ່ງອອກສິນຄ້າຕຳແຜ່ນຕັດຫຍິບໄປຍັງ 113 ປະເທດ ແລະ ເຂດແຄ້ວນ, ໃນນັ້ນ, ຕະຫຼາດຕົ້ນຕໍຍັງແມ່ນ ອາເມລິກາ, ສະຫະພາບເອີລົບ (EU), ຍີ່ປຸ່ນ, ສ.ເກົາຫຼີ, ຈີນ.

ນັບແຕ່ປັດຈຸບັນຈົນຮອດທ້າຍປີ ແມ່ນລະດູຈຸດສຸມໃນການຊື້ເຄື່ອງ. ບັນດາວິສາຫະກິດພວມມານະພະຍາຍາມ ຍົກອອກຫຼາຍຜະລິດຕະພັນໃໝ່ກ່ຽວກັບວັດຖຸດິບ, ຮູບແບບເພື່ອຕອບສະໜອງບັນດາມາດຖານທີ່ເຂັ້ມງວດ ຂອງຄູ່ຮ່ວມມືເພື່ອບັນລຸໄດ້ການສົ່ງອອກຂອງຂະແໜງແມ່ນ 44 ຕື້ USD ໃນປີ 2024.

ຕອບກັບ

ຂ່າວ/ບົດ​ອື່ນ