(ພາບປະກອບຈາກ thecubanhandshake.org)
(vovworld) - ຫວ່າງມໍ່ໆມານີ້, ບໍລິສັດເຄືອຂ່າຍສາກົນ ກູບາ (CIN) ໄດ້ກາຍເປັນວິສາຫະກິດແຫ່ງທຳອິດໃນຂົງເຂດສື່ສານຂອງ ອາເມລິກາ ໄດ້ຮັບອະນຸຍາດສ້າງຕັ້ງຢູ່ ກູບາ ເພື່ອແນໃສ່ສະໜອງວັດຖຸ ແລະ ຊັບພະຍາກອນໜູນຊ່ວຍການຜະລິດ, ການອອກອາກາດ, ໂທລະພາບ ແລະ ເນື້ອໃນວີດີໂອ ເພື່ອຈຳໜ່າຍຢູ່ບັນດາຕະຫຼາດສາກົນ ແລະ ອາເມລິກາ. ວິສາຫະກິດ ນີ້ຈະນຳມາໃຫ້ ກູບາ ບັນດາບໍລິການກ່ຽວກັບຜະລິດຕະພັນຮູບເງົາ ແລະ ອອກອາກາດດ້ວຍຄຸນນະພາບ ແລະ ມາດຕະຖານຄ້າຍຄືກັນກັບຢູ່ ອາເມລິກາ , ນອກຈາກນັ້ນ, ບໍລິສັດສື່ສານນີ້ກໍ່ຮ່ວມມືກັບບັນດາຄູ່ຮ່ວມມືປະຈຳຖິ່ນສະໜອງບັນດາອຸປະກອນ, ບໍລິການ ແລະ ຄວາມສະຫງົບໃຫ້ແກ່ປະຊາຊົນ ແລະ ເຄື່ອງຈັກຢູ່ ກູບາ.