ເພີ່ມທະວີການພົວພັນດ້ານການ ປ້ອງກັນຊາດຫວຽດນາມ-ອົດສະຕະລີ

ເພີ່ມທະວີການພົວພັນດ້ານການ ປ້ອງກັນຊາດຫວຽດນາມ-ອົດສະຕະລີ - ảnh 1

ທ່ານ​ຟຸ່ງກວາງ​ແທງ ​ແລະ ທ່ານ Stephent Smith

(ພາບ: truongtansang.net)

(vovworld)- ​​ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດ​ສະ​ຕາ​ລີ Stephent Smith, ຄະນະ​ຜູ້​ແທນ​ການ​ທະຫານ​ຂັ້ນສູງ​ຫວຽດນາມ ​ໂດຍ​ທ່ານ​ພົນ​ເອກ​ຟຸ່ງກວາງ​ແທງ, ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ນຳ​ໜ້າ ​ໄດ້​ໄປ​ຢ້ຽມຢາມ​ສັນຖະວະ​ໄມຕີ​ອົດ​ສະ​ຕາ​ລີ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ​ 15-20/3. ​ໃນ​ການ​ຢ້ຽມຢາມ​ຄັ້ງນີ້ຂອງທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ, ຫວຽດນາມ ​ແລະ ອົດ​ສະ​ຕາ​ລີ ຈະ​ພ້ອມກັນ​ຕີ​ລາຄາການ​ພົວພັນ​​ປ້ອງ​ກັນຊາ​ດສອງ​ຝ່າຍ​ໃນ​ໄລຍະ​ຜ່ານ​ມາ, ປຶກສາ​ຫາລື​ມາດ​ຕະການສືບ​ຕໍ່​ຊຸກຍູ້ການ​ພົວພັນ​ປ້ອງ​ກັນຊາ​ດລະຫວ່າງສອງປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ, ມຸ້ງ​ໄ​ປ​ເຖິງຈຸດໝາຍ​ເພີ່ມ​ທະວີ​ການ​ພົວພັນ​ມິດ​ຕະພາບ, ຄວາມ​ເຂົ້າອົກ​ເຂົ້າ​ໃຈ, ​ໄວ້​ເນື້ອ​ເຊື່ອ​ໃຈ​ລະຫວ່າງ​ກອງທັບ​ສອງ​ປະ​ເທດ, ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ການ​ພັດທະນາ​​ໃນ​ພາກ​ພື້ນ ​ແລະ ທົ່ວ​ໂລກ. ທ່ານລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ຟຸ່ງກວາງ​ແທງ ຈະ​ໄປ​ຢ້ຽມຢາມ​​ຖານ​ທີ່ໝັ້ນທະຫານ​ເຮືອຈຳນວນ​ໜຶ່ງ, ພົບ​ປະ​ເຈຈາ​ກັບທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ອົດ​ສະ​ຕາ​ລີ Stephent Smith ​ແລະ ​ເຂົ້າຮ່ວມ​ການ​ປະຊຸມ​ຂ່າວ​ຮ່ວມ​ຢຸ່ Cabera.

ຂ່າວ/ບົດ​ອື່ນ