ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ເຮັດວຽກກັບສະພາແຫ່ງຊາດລັດເຊຍ
ພາບ:vov
(vovworld) - ແຕ່ວັນທີ 31/3 ຫາວັນທີ 7/4, ຄະນະຜູ້ແທນກຳມາທິການວັດທະນະທຳ ການສຶກສາ, ຊາວຫນຸ່ມ, ເຍົາວະຊົນ ແລະ ອະນຸຊົນ ຂອງສະພາແຫ່ງຊາດຫວຽດນາມ ໂດຍທ່ານ Le Nhu Tien ຮອງຫົວຫນ້າກຳມາທິການ ເປັນຫົວຫນ້າ ໄດ້ມີການຢ້ຽມຢາມ ແລະ ເຮັດວຽກຢູ່ ສະຫະພັນລັດເຊຍ ດ້ວຍຈຸດໝາຍຊອກຮູ້, ແລກປ່ຽນບົດຮຽນ ແລະ ຮ່ວມມືດ້ານນິຕິບັນຍັດໃນຂົງເຂດວັດທະນະທຳ ການສຶກສາ, ຊາວຫນຸ່ມ, ເຍົາວະຊົນ ແລະ ອະນຸຊົນ ກັບສະພາແຫ່ງຊາດ ລັດເຊຍ. ຢູ່ນະຄອນຫລວງ ມົດສະກູ ຄະນະໄດ້ມີການເຮັດວຽກກັບທ່ານ Kosourob, ຮອງຫົວຫນ້າທີຫນຶ່ງກຳມາທິການຂອງສະພາສູງ ລັດເຊຍ ກ່ຽວກັບວິທະຍາສາດ, ການສຶກສາ, ວັດທະນະທຳ ແລະ ນະໂຍບາຍຖະແຫລງຂ່າວ, ເຮັດວຽກກັບຮອງລັດຖະມົນຕີກະຊວງວັດທະນະທຳ ລັດເຊຍ Ipliep Gri go ri Pe tro vic. ຄະນະກໍມີການເຮັດວຽກກັບທ່ານ Bariep Marat Manxurovich ຮອງຫົວຫນ້າທີຫນຶ່ງ ກຳມາທິຊາວຫນຸ່ມ, ທ່ານນາງ Drapeko Elena Grigorievna ຮອງຫົວຫນ້າທີຫນຶ່ງກຳມາທິການວັດທະນະທຳ Duma ແຫ່ງຊາດລັດເຊຍ, ທ່ານ Ghilmudinov Ildar Irekovich ກຳມະການກຳມາທິການສຶກສາ ແລະ ພົບປະກັບທ່ານຮອງປະທານທີຫນຶ່ງ Duma ແຫ່ງຊາດລັດເຊຍ Melnikov. ທີ່ການເຮັດວຽກຄັ້ງຕ່າງໆ, ທ່ານ Le Nhu Tien ສະເຫນີໃຫ້ບັນດາອົງການນິຕິບັນຍັດ ລັດເຊຍ ສືບຕໍ່ມີບັນດານະໂຍບາຍເອົາໃຈໃສ່ເຖິງນັກສຶກສາ ຫວຽດນາມ ເວົ້າສະເພາະ ແລະ ວົງຄະນາຍາດ ຫວຽດນາມ ເວົ້າລວມ ທີ່ພວມດຳລົງຊີວິດ ຢູ່ ລັດເຊຍ, ມີບັນດານະໂຍບາຍຖະແຫລງຂ່າວໂຄສະນາພາບພົດຂອງແຕ່ລະປະເທດເພື່ອໃຫ້ປະຊາຊົນແຕ່ລະປະເທດມີຄວາມເຂົ້າໃຈກ່ຽວກັບຊີວິດທາງດ້ານວັດທະນະທຳການສຶກສາຂອງກັນກວ່າ. ສອງຝ່າຍກໍເຕື້ອງເຖິງບັນດາແງ່ຫວັງໃນການສຶກສາບຳລຸງສ້າ, ອະນຸລັກຮັກສາມໍລະດົກ, ພົບປະແລກປ່ຽນວັດທະນະທຳ ຜ່ານການຈັດຕັ້ງຊຸມວັນວັດທະນະທຳຂອງແຕ່ລະປະເທດ.