ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມແລະອິນເດຍ

(vovworld) –  ​​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ຕອນ​ຄ່ຳ​ວັນ​ທີ 9/12, ທ່ານນ​າງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ເຈ​ລະ​ຈາ​ກັບ​ທ່ານນາງ Sumitra Mahajan, ປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ສະ​ເໜີ​ໃຫ້ 2 ປ​ະ​ເທດ​ຜັນ​ຂະ​ຫຍາຍ​ຂໍ້​ຕົກ​ລົ​ງ​ຮ່ວມ​ມື​ທີ່​ໄດ້​ລົງ​ນາມ​ຢູ່​ແລ້ວ (ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ 2 ຝ່າຍ, ຖະ​ແຫຼງ​ການ​ວິ​ໄສ​ທັດ​ລວມ ກ່ຽວ​ກັບ​ການ​ພົວ​ພັນ​ປ້ອງ​ກັນ​ປ​ະ​ເທດ ຫວຽດ​ນາມ - ອິນ​ເດຍ ໄລ​ຍະ 2015 – 2020) ຢ່າງ​ມີ​ປະ​ສິດ​ທິ​ຜົນ​, ນຳ​ການ​ພົວ​ພັນ​ດ້ານ​ປ້ອງ​ກັນ​ຊາດ - ປ້ອງ​ກັນ​ຄວາມ​ສະ​ຫງົບ​ກາຍ​ເປັນ​ເສົາ​ຄ້ຳ​ໜັກ​ແໜ້ນ​ໃນ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍ​ຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​.

ເພີ່ມທະວີການພົວພັນລະຫວ່າງສະພາແຫ່ງຊາດຫວຽດນາມແລະອິນເດຍ - ảnh 1
ທ່ານ​ນາງ Sumitra Mahajan ແລະ ທ່ານ​ນາງ ຫງວຽນ​ທິ​ກິມ​ເງິນ


        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, 2 ຝ່າຍ ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ວຽກ​ງານ​ຕິດ​ຕາມ​ກວດ​ກາ, ຊຸກ​ຍູ້​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂັ້ນ​ສູງ​ທີ່​ບັນ​ລຸ​ໄດ້​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ, ພິ​ເສດ​ແມ່ນ​ບັນ​ດາ​ເສົາ​ຄ້ຳ​ການ​ເມືອງ, ເສດ​ຖະ​ກິດ, ປ້ອງ​ກັນ​ຊາດ​ປ້ອງ​ກັນ​ຄວາມ​ສະ​ຫງົບ, ການ​ຄ້າ ການ​ລົງ​ທຶນ…

        ທ່ານ​​ນາງປະ​ທານ​ສະ​ພາ​ຕ່ຳ ອິນ​ເດຍ Sumitra Mahajan ຢັ້ງ​ຢືນ​ວ່າ ອິນ​ເດຍ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ​ທັດ​ສະ​ນະ​ຂອງ ຫວຽດ​ນາມ ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ທຸກໆ​ປະ​ເທດ​ໃນ​ພາກ​ພື້​ນ​ຕ້ອງ​ເຄົາ​ລົບ​ສົນ​ທິ​ສັນ​ຍາ ສ​ປ​ຊ ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982, ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ຢູ່​ທະ​ເລ​ຕາ​ເວັນ​ອອກ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ Narendra Modi. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຖື​ວ່າ: 2 ປະ​ເທດ​ຍູ້​ແຮງ​ບັນ​ດາ​ມາດ​ຕະ​ການ​ສົ່ງ​ເສີມ, ສ້າງ​ບາດ​ກ້າວ​ບຸກ​ທະ​ລ​ຸ​ໃນ​ການ​ພົວ​ພັນ​ແລກ​ປ່ຽນ​ການ​ຄ້າ, ສ້າງ​ສະ​ພາບ​ແວດ​ລ້ອມ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ບັນ​ດາ​ນັກ​ລົງ​ທຶນ - ດຳ​ເນີນ​ທຸ​ລະ​ກິດ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ​ຄາດ​ໝາຍ 15 ຕື້ USD ໃນ​ປີ 2020.

        ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Narendra Modi ຢັ້ງ​ຢືນ​ຄືນ​ໃໝ່​ວ່າ ອິ​ນ​ເດຍ ສະ​ໜັບ​ສະ​ໜູນ​ເລື່ອງ​ເຈ​ລະ​ຈາ ແລະ ແກ້​ໄຂ​ບັນ​ດາ​ບັນ​ຫາ​ຂັດ​ແຍ້ງ​ບົນ​ທະ​ເລ​​ໂດຍ​ສັນ​ຕິ​ວິ​ທີ, ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອິນ​ເດຍ ຢືນ​ຢັນ​ສະ​ໜັບ​ສະ​ໜູນ ບັນ​ດ​າ​ນັກ​ລົງ​ທຶນ ອິນ​ເດຍ ​ເຂົ້າ​ມ​າດຳ​ເນີນ​ທຸ​ລະ​ກິ​ດ ຢູ່ ຫວຽ​ດ​ນາມ.
ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ອິ​ນ​ເດຍ​ຢ່າງ​ເປັນ​ທາງ​ການ, ຕອນ​ເຊົ້າ​ວັນ​ທີ 10/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ມີ​ການ​ພົບ​ປະ​ກັບ​ທ່ານ Sonia Gandhi, ປະ​ທານ​ພັກ ຄອງ​ເກດ ອິນ​ເດຍ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ຫວັງ​ວ່າ ພັກ ຄອງ​ເກດ ອິນ​ເດຍ  ດ້ວຍ​ຖາ​ນະ ເປັນ​ພັກ​ການ​ເມືອງ​ໃຫຍ່, ມີ​ຜົນ​ສະ​ທ້ອນ​ເລິກ​ເຊິ່ງ, ກ້​ວາງ​ຂວາງ, ພ້ອມ​ກັບ​ບັນ​ດາ​ພັກ​ການ​ເມືອງ​ອື່​ນໆ ຢູ້ ອິນ​ເດຍ ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ກັບ ຫວຽດ​ນາມ ກ່​ວາ​ອີກ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ: ພັກ​ກອມ​ມູ​ນິດ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ເລື່ອງ​ປັບ​ປຸງ ແລະ ພັດ​ທະ​ນາ​ການ​ພົວ​ພັນ​ກັບ​ພັກຄອງ​ເກດ ອິນ​ເດຍ ແລະ ສະ​ເໜີ​ໃຫ້ 2 ພັກ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຜ່ານ​ຮູບ​ແບບ​ແລກ​ປ່ຽນ​ຄະ​ນະ, ແລກ​ປ່ຽນ​ຂໍ້​ມ​ູນ​ຂ່າວ​ສານ, ທາບ​ທາມ​ລະ​ຫວ່າງ 2 ພັກ, ປະ​ກອບ​ສ່ວນ​ຊຸກ​ຍູ້​ການ​ພົວ​ພັນຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ.


                                                               


ຂ່າວ/ບົດ​ອື່ນ