ເພີ່ມທະວີການມີໜ້າຂອງວິສາຫະກິດຝະລັ່ງຢູ່ຫວຽດນາມກ່ວາອີກ

ເພີ່ມທະວີການມີໜ້າຂອງວິສາຫະກິດຝະລັ່ງຢູ່ຫວຽດນາມກ່ວາອີກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝະລັ່ງ Claude Bartolone
(ພາບ: TTXVN)

(vovworld) -  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ, ຕອນ​ບ່າຍ​ວັນ​ທີ 18/03, ຢູ່​ສະຖານທູດ ຝະລັ່ງ ປະຈຳ ຮ່າ​ໂນ້ຍ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝະລັ່ງ Claude Bartolone ມີ​ການ​ພົບ​ປະ​ກັບ​ສື່​ມວນ​ຊົນ. ​ເນັ້ນ​ໜັກ​ເຖິງ​ການ​ຢ້ຽມຢາມ​ແມ່ນ​ການ​ສືບ​ຕໍ່​ບັນດາ​ການ​ພົບ​ປະຂັ້ນ​ສູງ​ລະຫວ່າງການ​ນຳ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝະລັ່ງ ​ໃຫ້​ຮູ້​ວ່າ: ປະທານາທິບໍດີ ຝະລັ່ງ ປາດ​ຖະໜາ​ຢາກ​ມາຢ້ຽມຢາມ ຫວຽດນາມ ​ໃນ​ເຄິ່ງທ້າຍ​ປີ 2016 ​ແລະ ສະ​ແດງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ ​​ເພາະວ່າການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ຄັ້ງ​ນີ້​ແມ່ນກົງ​ກັບ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ສາກົນ​ໃຊ້​ພາສາ ຝະລັ່ງ 20/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ເນັ້ນ​ໜັກ​ວ່າ: ຫວຽດນາມ ​ເປັນ​ສະມາຊິກ​ສຳຄັນ​ໃນ​ຂະ​ບວນການ​ໃຊ້​ພາສາ ຝະລັ່ງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝະລັ່ງ ​ໃຫ້​ຮູ້​ວ່າ: ຫານ​ຢ້ຽມຢາມ​ຍັງ​ແມ່ນ​ໂອກາດ​ເພື່ອ​ຊອກ​ຮູ້​ສະພາບ​ການ​ໃນ​ພາກ​ພື້ນ, ​ໃນ​ນັ້ນ​ມີ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຝະລັ່ງ ຢືນຢັນ​ວ່າ: ທັດສະນະ​ຂອງ ຝະລັ່ງ ​ແມ່ນ​ຍາມ​ໃດ​ກໍ່ສະໜັບສະໜູນ​ເລື່ອງ​ເຄົາລົບ​ກົດໝາຍ​​ໃນ​ກົດໝາຍ​ສາກົນ, ພິ​ເສດ ​ໂດຍ​ສະຫະ​ປະຊາ​ຊາດ​ຍົກ​ອອກ​ມາ ​ເພື່ອ​ຮັບ​ປະກັນ​ຄວາມ​ເສລີ​ໃນ​ການ​ເດີນ​ທະ​ເລ, ການບິນ​​ໃນ​ພາກ​ພື້ນ.

        ສິ້ນ​ສຸດ​ການ​ປະຊຸມ​ຂ່າວ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຝະລັ່ງ Claude Bartolone ​​ໄດ້ເປັນສັກຂີ​ພິຍານ​ພິທີ​ລົງ​ນາມ​ບົກ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ກ່ຽວ​ກັບ​​ເລື່ງ​ຮັບຊາວ​ໜຸ່ມ​ອາສາ​ສະໝັກ​ຊາວ​ ຝະລັ່ງ ຢູ່​ບັນ​ດາ​ຮາກ​ຖານສຶກສາ​ມັດ​ຖະຍົນ​ຂອງ ຫວຽດນາມ ລະຫວ່າງ​ທ່ານ ຫງວຽນວີ​ງຫຽນ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ສຶກສາ - ບຳລຸງ​ສ້າງ ຫວຽດນາມ ​ແລະ ທ່ານ Jean – Noel Poirier ​ເອກ​ອັກຄະ​ລັດຖະທູດ ຝະລັ່ງ ປະຈຳ ຫວຽດນາມ.

ຂ່າວ/ບົດ​ອື່ນ