ເພີ່ມທະວີການຮ່ວມມືບັນດານັກທຸລະກິດຍິງຫວຽດນາມແລະລາວ

ເພີ່ມທະວີການຮ່ວມມືບັນດານັກທຸລະກິດຍິງຫວຽດນາມແລະລາວ - ảnh 1
ພາບປະກອບ

(vovworld) – ກອງ​ປະຊຸມ​ພົວພັນ​ການ​ຄ້າ​ເຊື່ອມ​ຕໍ່​ດຳ​ເນີນ​ທຸລະ​ກິດ​ລະຫວ່າງ​ນັກ​ທຸລະ​ກິດຍິງ ຮ່າ​ໂນ້ຍ ​ແລະ ນັກທຸລະກິດ​ຍິງ ລາວ ຖືກ​ຈັດ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 4/7 ຢູ່ນະຄອນຫຼວງ ວຽງ​ຈັນ. ກອງ​ປະຊຸມ​ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ນັກທຸລະກິດ​ຍິງ ຫວຽດນາມ ​ແລະ ລາວ ສຳ​ພັດ​ກັບ​ຕະຫຼາດ, ຊອກ​ຫາ​ຄູ່​ຮ່ວມ​ມື ​ແລະ ​ເປີດ​ກ້ວາງ​ການ​ດຳ​ເນີນ​ທຸລະ​ກິດ. ທີ່​ກອງ​ປະຊຸມ, 2 ຝ່າຍ​ແລກປ່ຽນ​ບົດຮຽນ​ກ່ຽວກັບ​​ການ​ຄຸ້ມ​ຄອງ​ວິ​ສາ​ຫະກິດ, ​ແນ​ະນຳ​ບັນດາ​ທ່າ​ແຮງ​ກໍ່​ຄື​ຂໍ້​ສະກັດ​ຂອງ​ວິ​ສາ​ຫະກິດ​ຂອງ​ຕົນ. ບົນ​ພື້ນຖານ​ນັ້ນ, ຊ​ອກຫາ​ຄູ່​ຮ່ວມ​ມື​ເຊັນ​ບັນດາ​ສັ​ນຍາ​ຮ່ວມ​ມື​ດຳ​ເນີນ​ທຸລະ​ກິດ, ພັດທະນາ​ຕະຫຼາດ. ບົນ​ຈິດ​ໃຈ​ຮ່ວມ​ມື​ມິດຕະພາບ, ບັນດາ​ນັກທຸລະກິດ​ຍິງ 2 ປະ​ເທດ​ໄດ້ຍົກ​ອອກ​ບັນດາ​ສິ່ງສະດວ​ກ ​ແລະ ຄວາມ​ຫຍຸ້ງຍາກ​ໃນ​ໄລຍະ​ເຊື່​ອມ​ໂຍງ​ເຂົ້າ​ກັບ​ປະຊາ​ຄົມ​ເສດຖະກິດ ອາ​ຊຽນ ​ໃນ​ປີ 2015 ຈະ​ມາ​ເຖິງ, ຄຽງ​ຂ້າງ​ນັ້ນ, 2 ຝ່າຍ​ກໍ່​ໄດ້​ວາງ​ອອກ​ແຜນການ​ຮ່ວມ​ມື​ຮອດ​ປີ 2015, ວິ​ໄສ​ທັດປີ 2020 ກາຍ​ເປັນ​ບັນດາ​ຄູ່​ຮ່ວມ​ມື​ທີ່​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ.

 


ຂ່າວ/ບົດ​ອື່ນ