ເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນອາກາດຫວຽດນາມ-ຍີ່ປຸ່ນ

ເພີ່ມທະວີການຮ່ວມມືລະຫວ່າງກຳລັງປ້ອງກັນອາກາດຫວຽດນາມ-ຍີ່ປຸ່ນ - ảnh 1
ພົນ​ເອກ Harukazu Saito ແລະ ພົນ​ໂທ ໂດ໋​ບ໋າ​ຕິ

(vovworld) – ຕອນ​ບ່າຍ​ວັນ​ທີ 25/5, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ໂດ໋​ບ໋າ​ຕິ, ຫົວ​ຫນ້າ​ເສ​ນາ​ທິ​ການ​ໃຫຍ່ກອງ​ທັບ​ປະ​ຊາ​ຊົນ ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອນ​ຮັບ​ພົນ​ເອກ Harukazu Saito, ເສ​ນາ​ທິ​ການ​ໃຫ​ຍ່​ກຳ​ລັງ​ປ້ອງ​ກັນທາງ​ອາ​ກາດ ຍີ່​ປຸ່ນ ​ທີ່ພວມ​ຢູ່​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ. ພົນ​ໂທ ໂດ໋​ບ໋າ​ຕິ, ຢັ້ງ​ຢືນ​​ວ່າກະ​ຊວງ​ປ້ອງ​ກັນ​ປະ​ເທດ ຫວຽດ​ນາມ ຍາມ​ໃດ​ກໍ່​ສະ​ໜັບ​ສະ​ໜູນ ແລະ ພ້ອມ​ແລ້ວ​ຈະ​ສ້າງ​ທຸກ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້ກຳ​ລັງ​ປ້​ອງ​ກັນ​ອາ​ກາດ 2 ປະ​ເທດ​ປະ​ຕິ​ບັດ​ບັນ​ດາ​ເນື້ອ​ໃນ​​ເຊິ່ງໄດ້​ເປັນ​ເອ​ກະ​ສັນ​​ນຳກັນ​ຢ່າງ​ຄົບ​ຖ້ວນ ແລະ ມີ​ປະ​ສິດ​ທິ​ຜົນ. ພົນ​ໂທ ໂດ໋​ບ໋າ​ຕິ ຖື​ວ່າ: ໄລ​ຍະ​ຈະ​ມາ​ເຖິງ, ກ​ຳ​ລັງ​ປ້ອງ​ກັນ​ອາ​ກາດ 2 ປະ​ເທດ ຄວນ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ, ໃນ​ນັ້ນ​ມີ​ການ​ພົວ​ພັນ​ແລກ​ປ່ຽນ​ບັນ​ດາ​ນາຍ​ທະ​ຫານ​ໜຸ່ມ, ແລກ​ປ່ຽນ​ບົດ​ຮຽນ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ທາງ​ການ​ບິນ, ພິ​ເສດ​ແມ່ນ​ບົດ​ຮຽນ​ໃນ​ການ​ບິນ​ຂອງກອງ​ທັບ​ອາ​ກາດ, ​ກອງ​ທັບ​ເຮືອເສ​ນາ​ຮັກ​ທາງ​ອາ​ກາດ, ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ຮັບ​ມື ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​​ທຳ​ມະ​ຊາດ, ກູ້​ໄພ​ກູ້​ຊີບ.

 


ຂ່າວ/ບົດ​ອື່ນ