ເພີີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຮ່າໂນ້ຍແລະວຽງຈັນ

ເພີີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຮ່າໂນ້ຍແລະວຽງຈັນ - ảnh 1
ເພີີ່ມທະວີການຮ່ວມມືລະຫວ່າງຊາວໜຸ່ມນະຄອນຫຼວງຮ່າໂນ້ຍແລະວຽງຈັນ
(ພາບ: tuoitrethudo)


(vovworld) - ວັນ​ທີ 17/12, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ແລະ ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ຫຼວງວຽງ​ຈັນ ດຳ​ເນີນ​ການ​ເຈ​ລະ​ຈ​າ ແລະ ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື, ມິດ​ຕະ​ພາບ​ລະ​ຫວ່າງ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ແລະ ຄະ​ນະ​ຊາວ​ໜຸ່ມ​​ນະ​ຄອນ​ຫຼວງວຽງ​ຈັນ ໄລ​ຍະ 2016 – 2020. ທີ່​ການ​ເຈ​ລ​ະ​ຈາ, ທ່ານ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ຮ່າ​ໂນ້ຍ ຫງວຽນ​ວັນ​ທັ໋ງ ຖື​ວ່າ, ນີ້​ແມ່ນ​ການ​ຢ້ຽມ​ຢາມ ແລະ ເຮັດ​ວຽກ​ທີ່​ມີ​ຄວາມ​ໝາຍ​ສຳ​ຄັນ, ປະ​ກອບ​ສ່ວນ​ຊຸດ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ຊາວ​ໜຸ່ມ​ນະ​ຄອນ​ຫຼວງ​ຂອງ 2 ປະ​ເທດ ແລະ 2 ທ້ອງ​ຖິ່ນ, ພິ​ເສດ​ແມ່ນ​ໃນ​ສະ​ພາບ​ລາວ ແລະ ຫວຽດ​ນາມ ພວມມ​ີ​ການ​ເຄື່ອ​ນ​ໄຫວ​ຫຼາຍ​ຢ່າງ​ສະ​ເຫຼີມ​ສະ​ຫຼອງ 55 ປີ​ແຫ່ງວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ ແລະ 40 ປິ​ແຫ່ງວັນ​ລົງ​ນາມ​ໃນ​ສັນ​ຍາ​ມິດ​ຕະ​ພາບ​ ແລະ ການ​ຮ່ວມມ​ືຫວຽດ​ນາມ - ລາວ. ສ່ວນ​ທ່ານ​ເລ​ຂາ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ​ຫຼວງວຽກ​ຈັນ ບຸນ​ຕາ ເທບ​ພະ​ວົງ ຕີ​ລາ​ຄາ​ສູງ​ບັນ​ດາ​ລາຍ​ການ​ຮ່ວມ​ມື​ລະ​ຫວ່າງຊາວ​ໜຸ່ມນະ​ຄອນ​ຫຼວງ 2 ປະ​ເທດ. ໃນ​ໄລ​ຍະ 2016 – 2020, 2 ຝ່າຍ​ໄດ້​ເຫັນ​ດີ​ສືບ​ຕໍ່​ຈັດ​ຕັ້ງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ມາ​ຢ້​ຽມ​ຢາມ, ພົບ​ປະ​ແລກ​ປ່ຽນ, ແລກ​ປ່ຽ​ນ​ບົດ​ຮຽນ ໃນ​ວຽກ​ງານ​ຊາວ​ໜຸ່ມ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ​ເຍົາ​ວະ​ຊົນ ແລະ ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ​້​ບັນ​ດາ​ສະ​ມ​າ​ຄົມ, ຫົວ​ໜ່ວຍ​ເສດ​ຖະ​ກິດ, ນັກ​ທຸ​ລະ​ກິດ​ໜຸ່ມ 2 ນະ​ຄອ​ນ​ຮ່ວມ​ສຳ​ພັນ,​ ເຊື່ອມ​ຕໍ່, ລົງ​ທຶນ, ພັດ​ທະ​ນາ​ການ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ.

ຂ່າວ/ບົດ​ອື່ນ