ການເຈລະຈາລະຫວ່າງຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ
|
(Vovworld)- ຕອນບ່າຍວັນທີ 29/8 ຢູ່ ຮ່າໂນ້ຍ, ທ່ານຫງວຽນທ້ຽນເຍີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ເຈລະຈາກັບທ່ານ ໄຊສົມພອນ ພົມວິຫານ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ. ກ່ຽວກັບຂໍ້ຕົກລົງຮ່ວມມືລະຫວ່າງແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວສ້າງຊາດ ໄລຍະ 2016-2020, ສອງຝ່າຍໄດ້ແລກປ່ຽນ ແລະ ເຫັນດີບັນດາເນື້ອໃນຄື: ຍູ້ແຮງວຽກງານໂຄສະນາໃນປະຊາຊົນທຸກຊັ້ນວັນນະ, ເປັນຕົ້ນແມ່ນລຸ້ນຫນຸ່ມສອງປະເທດກ່ຽວກັບສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານຫວຽດນາມ - ລາວ, ສະຫນັບສະຫນູນຜົນປະໂຫຍດຂອງແຕ່ລະປະເທດບົນຫລັກໝັ້ນທັດສະນະກົດໝາຍສາກົນ ແລະ ຂອງແຕ່ລະປະເທດ. ສອງຝ່າຍເຫັນດີສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ສົ່ງເສີມແນວໂຮມບັນດາທ້ອງຖິ່ນເພີ່ມທະວີການຮ່ວມມືຊ່ວຍເຫລືອກັນພັດທະນາເສດຖະກິດສັງຄົມ.