ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ Brunei Darusalam

(VOVWORLD) - ວັນທີ 10 ສິງຫາ, ຢູ່ນະຄອນຫຼວງ Bandar Seri Begawan, ປະເທດ Brunei, ທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຢ້ຽມຂ່ຳນັບ ກະສັດ  Haji Hassanal Bolkiah ແລະ ທ່ານ Abdul Rahman Taib ປະທານສະພານິຕິບັນຍັດ.

ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນຫຼາຍ​ດ້ານ​ລະ​ຫວ່າງ ຫວຽດ​ນາມ ແລະ Brunei Darusalam  - ảnh 1ກະສັດ  Haji Hassanal Bolkiah ໃຫ້ການຕ້ອນຮັບທ່ານ ຫງວຽນຄັກດິ້ງ ຮອງປະທານສະພາແຫ່ງຊາດ ຫວຽດນາມ (ພາບ: TTXVN)

ທີ່ການພົບປະ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ Brunei ຢູ່ບັນດາກົນໄກໃນພາກພື້ນ ແລະ ສາກົນ, ທ່ານສະເໜີໃຫ້ສອງປະເທດ ເພີ່ມທະວີການແລກປ່ຽນການຮ່ວມມື, ສ້າງປະຊາຄົມ ອາຊຽນ ໃຫ້ພັດທະນາໂດຍໄວ, ຍືນຍົງ; ສືບຕໍ່ເຫັນດີເຫັນພ້ອມກ່ຽວກັບການຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບຢູ່ພາກກພື້ນ ແລະ ທະເລຕາເວັນອອກ, ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳກໍ່ຄືສ້າງເງື່ອນໄຂສະດວກໃຫ້ແກ່ການພັດທະນາຂອງບັນດາຝ່າຍ ບົນພື້ນຖານກົດໝາຍສາກົນ, ແລະ ປະຕິບັດຢ່າງຄົບຖ້ວນ, ມີປະສິດທິຜົນຖະແຫຼງການຮ່ວມກ່ຽວກັບການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC), ພ້ອມທັງພະຍາຍາມສ້າງກົດແຫ່ງກການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ, ເໝາະສົມກັບກົດໝາຍສາກົນ.

ກ່ຽວກັບການຮ່ວມມືລະຫວ່າງສອງອົງການນິຕິບັນຍັດ ໃນໄລຍະຈະມາເຖິງ, ທ່ານຮອງປະທານສະພາແຫ່ງຊາດ ຫງວຽນຄັກດິງ ສະເໜີສອງຝ່າຍຄົ້ນຄ້ວາ, ຊຸກຍູ້ການເຊັນຂໍ້ຕົກລົງຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພານິຕິບັນຍັດ Brunei Darusalam, ສ້າງພື້ນຖານເພື່ອໃຫ້ສອງຝ່າຍຊຸກຍູ້ ແລະ ເຮັດໃຫ້ການພົວພັນຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ