ເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ

ເພີ່ມທະວີການເຂົ້າຮ່ວມຂອງປະຊາຊົນໃນການປ້ອງກັນ,ຕ້ານການສໍ້ລາດບັງຫຼວງ - ảnh 1
ປຸກລະດົມ​ໂຄງການ “ທະວີ​ຄູນ​ຂໍ້​ລິ​ເລີ່​ມ​ໃນ​ການປ້ອງ​ກັນ,
 ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່ ຫວຽ​ດນາມ”
(ພາບ:daidoanket.vn)


(vovworld) –  ວັນ​ທີ 23/6,​ ຢູ່ ຮ່າ​ໂນ້ຍ, ອົງການ​ກວດ​ກາ​ລັດຖະບານ​ໄດ້​ປຸກລະດົມ​ໂຄງການ “ທະວີ​ຄູນ​ຂໍ້​ລິ​ເລີ່​ມ​ໃນ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່ ຫວຽ​ດນາມ” ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ກ່ວາ​ອີກ. ​ທີ່ພິທີ​ການ​ປຸກລະດົມ,​ ຜູ້ຕາງໜ້າອົງການ​ກວດກາ​ລັດຖະບານ​ໄດ້​ເຜີຍ​ແຜ່ 10 ຂໍ້​ລິ​ເລີ່​ມທີ່​ດີ​ເດັ່ນ​ຈາກ​ບັນດາ​ໂຄງການ “ວັນ​ຫົວຄິດ​ປະດິດ​ສ້າງ​ຫວຽດນາມ​“ (VID) ​ແລະ ບັນດາ​​ໂຄງການ “ຂໍ້​ລິ​ເລີ່​ມ​ໃນ​ການປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຢູ່​ຫວຽດນາມ” (VACI). ນີ້​ແມ່ນ​ບັນດາ​ຂໍ້​ລິ​ເລີ່​ມຂຶ້ນ​ກັບ 4 ກຸ່ມ​ຫົວ​ຂໍ້: ການ​ຕິດຕາມ​ກວດກາ​ປະຊາ​ຄົມ; ການ​ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃຫ້ຊາວ​ໜຸ່ມ, ​ເຍົາວະ​ຊົນ; ສື່ສານ, ຍົກ​ສູງ​ຄວາມ​ຮູ້ ກ່ຽວ​ກັບ​ການ​ປ້ອງກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ໃນ​ປະຊາ​ຄົມ; ຍົກ​ສູງ​ຄຸນ​ນະພາ​ບການສະໜອງບໍລິການ​ລັດ. ທ່ານ​ຮອງ​ຫົວໜ້າ​ອົງການ​ກວດກາ​ລັດຖະບານ ​ເຈິ​ນດຶກ​ເລື້ອງ ຊີ້​ແຈ້ງວ່າ:

                ​ເພື່ອ​ລະງັບ​ໃຈ ​ແລະ ຍູ້​​ໄພ​ສໍ້​ລາດ​ບັງ​ຫຼວງ​​ໃຫ້​ຖອຍ​ໄປເທື່ອ​ລະ​ກ້າວ, ລັດຖະບານ​ປາດ​ຖະໜາ​ວ່າ​ຈະ​ມີ​ການ​ສະໜັບສະໜູນ​ຢ່າງ​ຕັ້ງໜ້າ ​ແລະ ການ​ປະກອບສ່ວນ​ຢ່າງແທດ​ຈິງ, ມີ​ລັກສະນະ​ສ້າງສັນ​ຈາກ​ປະ​ຊາ​ຊົນ,​ຈາກ​ປະຊາ​ຄົມ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ ​ເພື່ອ​ແນ​ໃສ່​ຍົກ​ສູງ​ຄວາມ​ຮັບຜິດຊອບ, ​ ລັກ​ສະ​ນະ​​ກະຈ່າງ​ແຈ້ງ ​ແລະ ສະກັດ​ກັ້ນການ​ສໍ້​ລາດ​ບັງ​ຫຼວງ.

ຂ່າວ/ບົດ​ອື່ນ