ເພີ່ມທະວີການເສີມຂະຫຍາຍບົດບາດຫວຽດນາມ-ສ.ເກົາຫຼີໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນອາຊີຕາເວັນອອກ

(VOVWORLD) -ວັນທີ 15 ມີນາ, ຢູ່ຮ່າໂນ້ຍ, ສະພາມະຫາບັນດິດວິທະຍາສາດສັງຄົມຫວຽດນາມ ໄດ້ສົມທົບກັບສະຖາບັນຄົ້ນຄວ້າອາຊີຕາເວັນອອກສ່ຽງໃຕ້ສ.ເກົາຫຼີ (KISEAS) ຈັດກອງປະຊຸມສຳມະນາວິທະຍາສາດສາກົນ “ຮ່ວມມືກັບອາຊີຕາເວັນອອກ ແລະ ບົດບາດຂອງຫວຽດນາມ ແລະ ສ.ເກົາຫຼີ”.

ເພີ່ມທະວີການເສີມຂະຫຍາຍບົດບາດຫວຽດນາມ-ສ.ເກົາຫຼີໃນວິວັດທະນາການເຊື່ອມໂຍງເຂົ້າກັບພາກພື້ນອາຊີຕາເວັນອອກ - ảnh 1 ກອງປະຊຸມສຳມະນາວິທະຍາສາດສາກົນ “ຮ່ວມມືກັບອາຊີຕາເວັນອອກ

ແລະ ບົດບາດຂອງຫວຽດນາມ ແລະ ສ.ເກົາຫຼີ”

(ພາບ: MA)

ກອງປະຊຸມສຳມະນາແມ່ນເພື່ອແນໃສ່ເຮັດແຈ້ງບັນດາສິ່ງທ້າທາຍ ແລະ ກາລະໂອກາດຮ່ວມມືຢູ່ພາກພື້ນອາຊີຕາເວັນອອກ, ກໍ່ຄືຊອກຫາມາດຕະການແກ້ໄຂເພື່ອເພີ່ມທະວີການເຊື່ອມຕໍ່ລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພື່ອເສີມຂະຫຍາຍບົດບາດຂອງ 2 ປະເທດໃນວິວັດທະນາການເຊື່ອມໂຍງຢູ່ພາກພື້ນອາຊີຕາເວັນອອກ, ໂດຍສະເພາະແມ່ນບັນດາມາດຕະການເພີ່ມທະວີການພົວພັນຫວຽດນາມ - ສ.ເກົາຫຼີ ໃນໄລຍະຈະມາເຖິງ.

        ບັນດານັກຊ່ຽວຊານທີ່ເຂົ້າຮ່ວມກອງປະຊຸມສຳມະນາຖືວ່າ, ຫວຽດນາມ ແລະ ສ.ເກົາຫຼີ ພ້ອມກັນບັນລຸໄດ້ບັນດາໝາກຜົນສຳຄັນໃນການສົມທົບກັນເພີ່ມທະວີບົດບາດໃນການຮ່ວມມືຢູ່ພາກພື້ນອາຊີຕາເວັນອອກ ໃນຊຸມປີຜ່ານມາ. ບາງບັນຫາກໍ່ໄດ້ຍົກອອກມາເພື່ອແບ່ງປັນຢູ່ກອງປະຊຸມສຳມະນາ, ໃນນັ້ນໄດ້ເຕື້ອງເຖິງເລື່ອງຕ້ອງມີຫຼັກການໃນຂອບເຂດການຮ່ວມມືຢູ່ພາກພື້ນອາຊີຕາເວັນອອກ, ຮ່ວມດຳລົງຊີວິດດ້ວຍຄວາມສັນຕິພາບ ໂດຍອີງໃສ່ຫຼັກການການເຄື່ອນໄຫວຂອງອາຊຽນ, ຊຸກຍູ້ການເຊື່ອມໂຍງຢູ່ພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ