ເພີ່​ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶ​ງ​ລະ​ຫວ່າງ Israel ແລະ Hezbollah

(VOVWORLD) -  ວັນທີ 29 ກໍລະກົດ, ສື່ມວນຊົນ Israel ໄດ້ລົງຂ່າວວ່າ: ລັດຖະມົນຕີການຕ່າງປະເທດ ອາເມລິກາ  Antony Blinken, ໄດ້ເລັ່ງລັດ ທັງ Israel  ແລະ Hezbollah ມີການກະທຳແບບອົດກັ້ນ ບໍ່ປະໃຫ້ການປະທະກັນເພີ່ມຂຶ້ນ. 
ເພີ່​ມ​ທະ​ວີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ດ້ານ​ການ​ທູດ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶ​ງ​ລະ​ຫວ່າງ Israel ແລະ Hezbollah - ảnh 1ປະຊາຊົນຕິດຕາມຂໍ້ມູນກ່ຽວກັບຖ້ຽວບິນຕ່າງໆຢູ່ສະໜາມບິນສາກົນ Beirut-Rafic Hariri (ພາບ: Reuters)

ໃນການໂອ້ລົມທາງໂທລະສັບເວລາສັ້ນ ກັບທ່ານ Issac Herzog, ປະທານາທິບໍດີ Israel, ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ ໄດ້ເນັ້ນຫນັກເຖິງຄວາມສຳຄັນຂອງການສະກັດກັ້ນການປະທະກັນເພີ່ມຂຶ້ນ ແລະ ເພີ່ມທະວີຄວາມມານະພະຍາຍາມເພື່ອແນໃສ່ບັນລຸໄດ້ມາດຕະການແກ້ໄຂທາງການທູດໃຫ້ແກ່ວິກິດການ, ອະນຸຍາດໃຫ້ປະຊາຊົມດຳລົງຊີວິດຢູ່ລຽບຕາມສອງຝາກຊາຍແດນ Israel-Lebanon ໄດ້ກັບຄືນເມືອບ້ານ.

ຢູ່ ລີບັງ, ທ່ານ Najib Mikati ຜູ້ຮັກສາການ ນາຍົກລັດຖະມົນຕີ ກໍ່ໄດ້ມີການໂອ້ລົມທາງໂທລະສັບກັບບັນດາການນຳ ແລະວົງການນັກການທູດສາກົນ ເພື່ອແນໃສ່ຊອກຫາມາດຕະການຫລຸດຜ່ອນຄວາມເຄັ່ງຕຶງ, ສະກັນກັ້ນສົງຄາມເກີດຂຶ້ນຄືນໃຫມ່.

ບັນດາຄວາມມານະພະຍາຍາມດ້ານການທູດສາກົນ ໄດ້ຮັບການຍູ້ແຮງໃນສະພາບວົງການການເມືອງ  Israel ສືບຕໍ່ນາບຂູ່ວ່າ ຈະເຮັດໃຫ້ ກຳລັງ Hezbollah ຕ້ອງຊົດໃຊ້ຕໍ່ການບຸກໂຈມຍິງລູກສອນໄຟໃສ່ ເຂດພູພຽງ Golan ໃນວັນທີ 27 ກໍລະກົດ ເຮັດໃຫ້ ອະນຸຊົນ  Israel  12 ຄົນເສຍຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ