ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ ແມ່ນບຸລິມະສິດອັນດັບໜຶ່ງຂອງອາຊຽນ

ເພີ່ມທະວີຄວາມສາມັກຄີພາຍໃນກຸ່ມ ແມ່ນບຸລິມະສິດອັນດັບໜຶ່ງຂອງອາຊຽນ - ảnh 1
ການ​ປະຊຸມ​ຂ່າວ​ເມື່ອ​ຕອນ​ຄຳ່ວັນ​ທີ 13/8

(vovworld) - ກອງ​ປະຊຸມ​ວົງແຄບ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ດຳ​ເນີນ​​ໃນ​ວັນ​ທີ 14 ສິງ​ກາ, ຢູ່​ ຫົວ​ຫິນ,​ ​ປະ​ເທດ​ໄທ, ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ການ​ຕ່າງປະ​ເທດ​ໄທ ສຸຣະ​ໂພງ ​ໂຕ​ວິດ​ຈາກ​ໄຈ​ກຸນ. ທ່ານລັດຖະມົນຕີກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ​ຟ້າ​ມບິ່ງ​ມິ​ງ ນຳໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ເຂົ້າ​ຮ່ວມ​ກອງ​ປະຊຸມ, ​ໄດ້​ມີ​ບັນດາ​ຄວາມ​ເຫັນ​ທີ່​ສຳຄັນ, ​ໃນ​ນັ້ນ​ຖື​ວ່າ ອາ​ຊຽນ ຄວນ​ສາມັກຄີ ​ແລະ ຮ່ວມ​ສຳພັນ​ເພື່ອ​ສືບ​ຕໍ່​ສ້າງ​​ປະຊາ​ຄົມ​ທີ່​ມີ​ຄວາມຕິດ​ພັນທາງ​ກ້ານ​ ການ​ເມືອງ, ຮ່ວມ​ມືຢ່າງ​ແໜ້ນ​ແຟ້ນທາງດ້ານ​ເສດຖະກິດ​ ​ແລະ ​ແບ່ງປັນ​ຄວາມຮັບຜິດຊອບ​ທາງສັງຄົມ.

        ທີ່​ກອງ​ປະຊຸມ, ບັນດາ​ລັດຖະມົນຕີ​ໄດ້​ປຶ​ກສາ​ຫາລື​ກ່ຽວ​ກັບ​ວິ​ໄສ​ທັດ​ອາ​ຊຽນ ພາຍຫຼັງ​ໄລຍະ 2015 ​ເພື່ອ​ແນ​ໃສ່​ກຳນົດ​ທິດ​ກ່ຽວ​ກັບ​ປະຊາ​ຄົມ​ຮ່ວມ​ທີ່​ໄດ້​ຮັບ​ການ​ຮັບປະກັນ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ພັດທະນາ​ເສດຖະກິດ​ຢ່າງ​ໝັ້ນຄົງ​​ໃນ​ອະນາຄົດ. ນອກ​ນັ້ນ, ກອງ​ປະຊຸມຄັ້ງ​ນີ້ກໍ່​ແມ່ນ​ການ​ພົບ​ປະລະຫວ່າງ​ບັນດາ​ການ​ນຳ​ໃນ​ຂະ​ແໜງ​ການ​ທູດ​ຢູ່​ໃນ​ພາກ​ພື້ນ ​ເພື່ອ​ແນ​ໃສ່​ກະກຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ພິ​ເສດ​ອາ​ຊຽນ - ຈີນ ​ໃນ​ທ້າຍ​ເດືອນ​ນີ້​ຢູ່​ປັກ​ກິ​ງ.

ຂ່າວ/ບົດ​ອື່ນ