ເພີ່ມທະວີບົດບາດຂອງກຳມະບານ ໃນວຽກການປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດ

ເພີ່ມທະວີບົດບາດຂອງກຳມະບານ ໃນວຽກການປົກປ້ອງຄົນງານໄປເຮັດວຽກຢູ່ຕ່າງປະເທດ - ảnh 1
(ພາບປະກອບ)
(vovworld) -     “ບົດບາດ​ຂອງ​ກຳມະບານ ​ໃນ​ວຽກ​ການ​ປົກ​ປ້ອງ​ຄົນ​ງານທີ​​​ໄປເຮັດ​ວຽກຢູ່​ຕ່າງປະ​ເທດ” ນັ້ນ​ແມ່ນ​ຫົວ​ຂໍ້​ຂອງ​ກອງ​ປະຊຸມ​ສຳ​ມະ​ນາ​ໂດຍ​ອົງການ​ແຮງ​ງານ​ສາກົນ (ILO) ປະຈຳ​ຫວຽດນາມ ສົມທົບ​ກັບ​ກຳ​ມະ​ບານ​ຫວຽດນາມ ຈັດ​ຕັ້ງ​ໃນ​ລະ​ຫວ່າງ​ວັນ​ທີ 26 – 27/02 ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຜູ້​ຊ່ຽວຊານ​ຂັ້ນ​ສູງ​ຂອງ ILO ພາກ​ພື້ນ​ອາຊີ - ປາຊີ​ຝີ​ກ, ທ່ານ Pong Sul Ahn ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ຍົກ​ສູງ​ບົດບາດ​ຂອງ​ກຳມະບານ​ໃນ​ວຽກ​ງານ​ປົກ​ປ້ອງ​ຄົນ​ງານ​ທີ່​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຕ້ອງ​ໄດ້​ຮັບ​ການ​​ສ້າງ​ເປັນ​ກົດໝາຍ. ​ໂຄງການ​ຮ່ວມ​ມື​ລະຫວ່າງ​ກຳມະບານ​ຫວຽດນາມ ​ແລະ ກຳມະບານ​ບັນດາ​ປະ​ເທດ​ທີ່​ຮັບ​ໃຊ້​ຄົນ​ງານ​ຄວນ​ໄດ້ຮັບ​ການ​ຍູ້​ໄວ. ​ເພາະສະ​ນັ້ນ, ILO ສະ​ເໜີ​ວ່າ ກຳມະບານ​ຕ້ອງ​ມີ​ບົດບາດ​ໃນ​ວຽກ​ງານ​ປົກ​ປ້ອງ​ຄົນ​ງານ​ທີ່​ໄປ​ເຮ​ັດວຽກຢູ່​ຕ່າງປະ​ເທດຢ່າງ​ຕັ້ງໜ້າ​ກວ່າ​ອີກ, ​ໃນ​ສະພາບ​ທີ່​ຫວຽດນາມ ພວມ​ຍູ້​ແຮງ​ການ​ສົ່ງ​ອອກ​ຄົນ​ງານ​​ໃນ​ໄລຍະ​ຈະ​ມາ​ເຖິງ.

        ຜູ້ຕາງໜ້າ​ສະຫະພັນ​ໃຫຍ່​ແຮງ​ງານ​ຫວຽດນາມ ຢືນຢັນ​ວ່າ, ກຳມະບານ​ອາດ​ສາມາດ​ມີ​ບົດບາດ​ໃຫຍ່​ກວ່າ​ອີກ​ໃນ​ການ​ຊ່ວຍ​ເຫຼືອ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປ​ະ​ເທດ ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ເປັນ​ພື້ນຖານ​ກ່ອນທີ່​ຈະໄປ​ເຮັດ​ວຽກ, ​ໃນ​ວິວັດ​ການ​ເຮັດ​ວຽກ​ຢູ່​ຕ່າງ​ປະ​ເທດ​ກໍ​ຄື​ພາຍຫຼັງ​ໄປເຮັດ​ວຽກ​ກັບ​ເມືອ​ປະ​ເທດ. ປະຈຸ​ບັນ​ມີຄົນ​ງານ​ຫວຽດນາມ ພວມ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດ​ຖືກ​ຕ້ອງຕາມ​ກົດໝາຍ​ປະມານ 500.000 ຄົນຢູ່ 40 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ. ຄາດ​ວ່າ, ຫວຽດນາມ ຈະ​ຍູ້​​ແຮງ​ການ​ສົ່ງ​ອອກ​ຄົນ​ງານ​ໃນ​ໄລຍະ 2013 – 2015 ດ້ວຍຄາດໝາຍ ​ແຕ່ລະ​ປີ​ນຳ​ຄົນ​ງານ​ໄປ​ເຮັດ​ວຽກ​ຢູ່​ຕ່າງປະ​ເທດຈຳນວນ 100.000 ຄົນ.

ຂ່າວ/ບົດ​ອື່ນ