ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ຜ່ານ​ການ​ຄ້າເອ​ເລັກ​ໂຕ​ນິກ

(VOVWORLD) - ມີ 3 ເນື້ອໃນຕົ້ນຕໍ ເຊິ່ງສອງຝ່າຍໄດ້ສຸມໃສ່ ນັ້ນແມ່ນ ສົ່ງອອກຜ່ານການຄ້າເອເລັກໂຕນິກ; ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຜ່ານການຄ້າເອເລັກໂຕນິກ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ກ່ຽວກັບການຄ້າເອເລັກໂຕນິກ. 
ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິ​ດ​ສົ່ງ​ອອກ​ຜ່ານ​ການ​ຄ້າເອ​ເລັກ​ໂຕ​ນິກ - ảnh 1ກອງປະຊຸມການຄ້າເອເລັກໂຕນິກສາກົນ B2B Alibaba.com 2021 (ພາບ:BNEWS/TTXVN)

 ເພື່ອແນໃສ່ໜູນຊ່ວຍວິສາຫະກິດໃນສະພາບການໂລກລະບາດໂຄວິດ - 19, ວັນທີ 16 ມີນາ, ຢູ່ຮ່າໂນ້ຍ, ກົມສົ່ງເສີມການຄ້າ (ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ) ແລະ ບໍລິສັດ Alibaba.com ໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ແລະ ຈັດຕັ້ງ “ກອງປະຊຸມການຄ້າເອເລັກໂຕນິກສາກົນ B2B Alibaba.com 2021”. ນີ້ແມ່ນເຫດການໃຫຍ່ທຳອິດຂອງ Alibaba.com ປະຈຳ ຫວຽດນາມ. ໃນຂະນະນັ້ນ, ກົມສົ່ງເສີມການຄ້າ ໄດ້ຮ່ວມເດີນທາງພ້ອມກັບ Alibaba.com ໃນບັນດາການເຄື່ອນໄຫວຍົກສູງກຳລັງຄວາມສາມາດຫັນເປັນດີຈີຕອນ, ກຳລັງຄວາມສາມາດທາງດ້ານການຄ້າເອເລັກໂຕນິກ, ພິເສດແມ່ນບັນດາທັກສະໃນການຄ້າສາກົນ ເພື່ອແນໃສ່ໜູນຊ່ວຍບັນດາອົງການສົ່ງເສີມການຄ້າເອເລັກໂຕນິກ ແລະ ປະຊາຄົມວິສາຫະກິດ ຫວຽດນາມ. ມີ 3 ເນື້ອໃນຕົ້ນຕໍ ເຊິ່ງສອງຝ່າຍໄດ້ສຸມໃສ່ ນັ້ນແມ່ນ ສົ່ງອອກຜ່ານການຄ້າເອເລັກໂຕນິກ; ພັດທະນາເຄື່ອງໝາຍການຄ້າ ຫວຽດນາມ ຜ່ານການຄ້າເອເລັກໂຕນິກ; ຍົກສູງກຳລັງຄວາມສາມາດໃຫ້ແກ່ວິສາຫະກິດ ຫວຽດນາມ ກ່ຽວກັບການຄ້າເອເລັກໂຕນິກ. 

ຕອບກັບ

ຂ່າວ/ບົດ​ອື່ນ