ເພີ່ມທະວີປະສິດທິຜົນການເຄື່ອນໄຫວພົວພັນປະຊາຊົນຕ່າງປະເທດ
ທ່ານປະທານສະຫະສະມາຄົມບັນດາອົງການ
ມິດຕະພາບ ຫວຽດນາມ ຫວູຊວນຮົ່ງ
(ພາບສຳນັກຂ່າວສານຫວຽດນາມ)
(vovworld) – ວັນທີ 14/06 ຢູ່ຮ່າໂນ້ຍ, ສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໄດ້ຈັດງານພົບປະສັງສັນກັບຄະນະເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດອາຍຸການ 2016 – 2019. ສະແດງຄວາມເປັນກຽດທີ່ໄດ້ຕ້ອນຮັບບັນດາທ່ານເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ກ່ອນທີ່ຈະໄປຮັບໜ້າທີ່, ທ່ານປະທານສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ຫວູຊວນຮົ່ງ ໃຫ້ຮູ້ວ່າ: ພ້ອມກັບວິວັດການເຊື່ອມໂຍງເຂົ້າກັບສາກົນຂອງປະເທດຊາດ, ສະຫະສະມາຄົມໄດ້ສ້າງຕາໜ່າງຄູ່ຮ່ວມມືສາກົນນັບພັນຄູ່ຮ່ວມມືຈາກຂອບເຂດ 2 ຝ່າຍເຖິງຫລາຍຝ່າຍຢູ່ບັນດາທະວີບໃນໂລກ, ພິເສດແມ່ນບັນດາພາກພື້ນຈຸດສຸມ. ທ່ານ ຫວູຊວນຮົ່ງ ສະເໜີບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າຂອງ ຫວຽດນາມ ປະຈຳຕ່າງປະເທດເອົາໃຈໃສ່ສົມທົບກັບສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ໃນວຽກງານຊຸກຍູ້ການພົວພັນຮ່ວມມື, ຄວາມສາມັກຄີ, ມິດຕະພາບ, ການພົວພັນແລກປ່ຽນປະຊາຊົນ ແລະ ວຽກງານອົງການບໍ່ຂຶ້ນກັບລັດຖະບານຂອງຕ່າງປະເທດ. ບັນດາເອກອັກຄະລັດຖະທູດ, ຫົວໜ້າອົງການຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດລ້ວນແຕ່ເຫັນດີເປັນເອກະພາບວ່າ ໃນຖານະຕຳແໜ່ງ ໃໝ່ຈະສົມທົບກັບສະຫະສະມາຄົມບັນດາອົງການມິດຕະພາບ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອແນໃສ່ປະຕິບັດບັນດາໜ້າທີ່ພົວພັນຕ່າງປະເທດຂອງພັກ, ລັດ ແລະ ວຽກງານພົວພັນແລກ ປ່ຽນປະຊາຊົນໃຫ້ມີປະສິດທິຜົນ.