ເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນໃນສະພາບການໃໝ່

(VOVWORLD) -ຂະແໜງການແພດຈະຍົກສູງນ້ຳໃຈສາມັກຄີ, ເປັນເອກະພາບ, ໜູນຊ່ວຍ, ລະດົມກຳລັງໃຈເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ
ເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລສຸຂະພາບໃຫ້ປະຊາຊົນໃນສະພາບການໃໝ່ - ảnh 1ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ເຈິ່ນແທັງເມີນ ເຮັດວຽກກັບກະຊວງສາທາລະນະສຸກ ຫວຽດນາມ
(ພາບ: quochoi.vn)

        ຕອນບ່າຍວັນທີ 30 ມັງກອນ, ທ່ານຮອງປະທານຜູ້ປະຈຳການສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເມີນ ພ້ອມກັບຄະນະປະຕິບັດງານຂອງສະພາແຫ່ງຊາດ ໄດ້ໄປຢ້ຽມຢາມ, ເຮັດວຽກກັບກະຊວງສາທາລະນະສຸກ ຫວຽດນາມ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານ ເຈິ່ນແທັງເມີນ ປາດຖະໜາວ່າ ຂະແໜງການແພດຈະຍົກສູງນ້ຳໃຈສາມັກຄີ, ເປັນເອກະພາບ, ໜູນຊ່ວຍ, ລະດົມກຳລັງໃຈເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ສິ່ງທ້າທາຍນາໆປະການ; ມີການກະທຳຕາມຄຳສັ່ງສອນຂອງປະທານ ໂຮ່ຈິມິນ “ທ່ານໝໍຄືດັ່ງຜູ້ເປັນແມ່” ແລະ 12 ຈັນຍາບັນທາງການແພດເມື່ອປະຕິບັດໜ້າທີ່. ນອກນັ້ນ, ກະຊວງສາທາລະນະສຸກຕ້ອງເພີ່ມທະວີວຽກງານປົກປ້ອງ, ເບິ່ງແຍງດູແລ ຍົກສູງສຸຂະພາບໃຫ້ແກ່ປະຊາຊົນໃນສະພາບການໃໝ່; ເປັນເສນາທິການໃຫ້ແກ່ລັດຖະບານສ້າງເອກະສານແນະນຳການປະຕິບັດກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ) ເພື່ອນຳກົດໝາຍເຂົ້າໃນການດຳລົງຊີວິດແຕ່ວັນທີ 01 ມັງກອນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ