ເພີ່ມທະວີວຽກງານປ້ອງກັນ ແລະ ພັດທະນາປ່າ

(VOVWORLD) - ລັດຖະບານຫາກໍ່ປະກາດໃຊ້ໂຄງການດຳເນີນງານ ປະຕິບັດຄຳສັ່ງເລກທີ 13 ຂອງຄະນະເລຂາສູນກາງພັກ ກ່ຽວກັບການເພີ່ມທະວີການນຳພາຂອງພັກສຳລັບວຽກງານຄຸ້ມຄອງ, ປ້ອງກັນ ແລະ ພັດທະນາປ່າ. 
ເພີ່ມທະວີວຽກງານປ້ອງກັນ ແລະ ພັດທະນາປ່າ - ảnh 1 (ພາບປະກອບ)

ຈຸດປະສົງຂອງໂຄງການ ເພື່ອແນໃສ່ສ້າງຄວາມຫັນປ່ຽນຢ່າງແຮງກ່ຽວກັບຄວາມຮັບຮູ້ ແລະ ການກະທຳ, ຍົກສູງສະຕິໃນການປະຕິບັດ, ເຄົາລົບກົດໝາຍຂອງທົ່ວປວງຊົນ ຕັ້ງໜ້າເຂົ້າຮ່ວມວຽກງານຄຸ້ມຄອງ, ປ້ອງກັນ ແລະ ພັດທະນາປ່າ, ຍູ້ແຮງຫັນວຽກງານຄຸ້ມຄອງ, ປ້ອງກັນ ແລະ ພັດທະນາປ່າເປັນສັງຄົມ. ພ້ອມທັງແກ້ໄຂບັນດາສິ່ງຈຳກັດ, ອ່ອນດ້ອຍໃນວຽກງານຄຸ້ມຄອງ, ປ້ອງກັນ ແລະ ພັດທະນາປ່າ ໃນໄລຍະຜ່ານມາ, ຮັບປະກັນການປະຕິບັດບັນລຸຈຸດໝາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 12 ຂອງພັກ ກ່ຽວກັບຂົງເຂດກະສິກຳ ແລະ ພັດທະນາຊົນນະບົດ, ໃນນັ້ນມີຂະແໜງປ່າໄມ້, ປະກອບສ່ວນສ້າງວຽກເຮັດງານທຳ, ລົງລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ປັບປຸງວິທີຫາເງິນລ້ຽງຊີບ, ເປັນເຈົ້າການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ປ້ອງກັນສະພາບແວດລ້ອມຊີວະພາບ ເພື່ອພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ