ເພີ່ມທະວີແຫລ່ງກຳລັງເພື່ອຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢ່າງວ່ອງໄວ

ເພີ່ມທະວີແຫລ່ງກຳລັງເພື່ອຫລຸດຜ່ອນຄວາມທຸກຍາກເຂດຊົນເຜົ່າສ່ວນຫນ້ອຍຢ່າງວ່ອງໄວ - ảnh 1
ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຊົນ​ເຜົ່າ​ປີ 2013 ​ແລະ ຜັນ​ຂະຫຍາ​ຍຫນ້າ​ທີ່​ວຽກ​ງານ​ຊົນ​ເຜົ່າ​ປີ 2014
photo:chinhphu.vn

(vovworld)-   ສຸມ​ໃສ່​ສ້າງ​ນະ​ໂຍບາຍ​ໃຫ້​ສົມບູນ​ແບບ​ຕິດ​ພັນ​ກັບ​ເພີ່ມ​ທະວີ​ແຫ​ລ່ງກຳລັງ​ເພື່ອ​ຫລຸດຜ່ອນ​ຄວາ​ມທຸກ​ຍາກ​​ໃຫ້​ແກ່​ເຂດ​ຊົນ​ເຜົ່າ​ສ່ວນ​ຫນ້ອຍຢ່າງ​ວ່ອງ​ໄວ, ໝັ້ນຄົງ. ນີ້​ແມ່ນ​ຫນຶ່ງ​ໃນ​ບັນດາ​ຄຳ​ສະ​ເຫ​ນີຂອງ​ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢູງ ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ຊົນ​ເຜົ່າ​ປີ 2013 ​ແລະ ຜັນ​ຂະຫຍາ​ຍຫນ້າ​ທີ່​ວຽກ​ງານ​ຊົນ​ເຜົ່າ​ປີ 2014 ​ໂດຍ​ຄະນະ​ກຳມະການ​ຊົນ​ເຜົ່າ​ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 15/1 ຢູ່ ຮ່າ​ໂນ້ຍ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຕີ​ລາຄາ​ສູງ​ບັນດາ​ໝາກຜົນ​ພົ້ນ​ເດັ່ນ​ຂອງ​ວຽກ​ງານ​ຊົນ​ເຜົ່າ​ໃນ​ປີຜ່ານມາ, ປະກອບສ່ວນ​ຢ່າງ​ແທດ​ຈິງ​ເຂົ້າ​ໃນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ຮຽກຮ້ອງ​ຄະນະ​ກຳມະການ​ຊົນ​ເຜົ່າ, ບັນດາ​ກະຊວງ, ຂະ​ແຫນງ​ການ, ຄະນະ​ພັກ​ທຸກ​ຂັ້ນ, ອຳນາດ​ການ​ປົກຄອງທ້ອງ​ຖິ່ນ ຈົ່ງ​ຍົກ​ສູງ​ປະສິດທິ​ຜົນ​ການ​ບໍລິຫານ​ລັດ​ໃນ​ຂົງ​ເຂດ​ນີ້ ພ້ອມທັງ​ປະຕິບັດ​ບັນດາ​ນະ​ໂຍບາຍ​ເພື່ອ​ຫລຸດຜ່ອນ​ຄວາມທຸກ​ຍາກ​ໃຫ້​ແກ່​ປະຊາຊົນ​ຊົນ​ເຜົ່າ​ຢ່າງ​ວ່ອງ​ໄວ.

ຂ່າວ/ບົດ​ອື່ນ