ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ

(VOVWORLD) - ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ລາວ ໃນວັນທີ 11 ກໍລະກົດ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງເປັນປະທານປະເທດ ຫວຽດນາມ ນັ້ນ ໄດ້ສະແດງໃຫ້ເຫັນວ່່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ.
ເພີ່ມ​ພູນ​ຄູນ​ສ້າງ​ສາຍ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ - ảnh 1ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ (ພາບ:TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວສຳນັກຂ່າວສານ ຫວຽດນາມ, ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ໄດ້ເນັ້ນໜັກວ່າ ເລື່ອງທ່ານປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມ ລາວ ໃນວັນທີ 11 ກໍລະກົດ, ເຊິ່ງເປັນການຢ້ຽມຢາມຕ່າງປະເທດຄັ້ງທຳອິດ ພາຍຫຼັງທີ່ທ່ານຮັບດຳລົງຕຳແໜ່ງເປັນປະທານປະເທດ ຫວຽດນາມ ນັ້ນ ໄດ້ສະແດງໃຫ້ເຫັນວ່່າ ພັກ ແລະ ລັດ ຫວຽດນາມ ຍາມໃດກໍມີຄວາມສະເໝີຕົ້ນສະເໝີປາຍ, ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດໃຫ້ແກ່ການປັບປຸງ ແລະ ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ. ນີ້ກໍແມ່ນໂອກາດເພື່ອໃຫ້ທ່ານປະທານປະເທດ ຫວຽດນາມ ໂຕເລິມ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມດ້ວຍການນຳອື່ນຂອງລາວ ເປັນເອກະພາບບັນດາກຳນົດທິດ, ແຜນນະໂຍບາຍ ແລະ ບັນດາມາດຕະການໃຫຍ່ ເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດໃນປີ 2024 ແລະ ຊຸມປີຕໍ່ໄປໃຫ້ນັບມື້ນັບພັດທະນາຢ່າງເລິກເຊິ່ງ ແລະ ມີປະສິດທິຜົນກວ່າເກົ່າ.

        ໃນຂະນະນັ້ນ, ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ສື່ສານ ລາວ, ປະທານສະມາຄົມມິດຕະພາບ ລາວ - ຫວຽດນາມ ກໍ່ໄດ້ສະແດງຄວາມເປັນກຽດ ແລະ ປິຕິຊົມຊື່ນເມື່ອທ່ານປະທານປະເທດ ຫວຽດນາມ ໂຕເລິມ ປະຕິບັດການຢ້ຽມຢາມທາງລັດຖະກິດຢູ່ ລາວ. ຕໍ່ໜ້າສະພາບການໂລກ ແລະ ພາກພື້ນ ພວມມີການການປ່ຽນແປງ ແລະ ຜັນແປຢ່າງສັບສົນ, ທ່ານ ບໍ່ວຽງຄຳ ວົງດາລາ ຖືວ່າ ລາວ ແລະ ຫວຽດນາມ ຍິ່ງຕ້ອງຮຽງບ່າຮຽງໄຫຼ່ເພື່ອພັດທະນາປະເທດຊາດ; ເພີ່ມທະວີການຮ່ວມມືໃນຂົງເຂດເສດຖະກິດ ເພື່ອໃຫ້ສອງປະເທດ ພ້ອມກັນພັດທະນາ. ໄປຄຽງຄູ່ກັນນັ້ນ, ສອງປະເທດ ກໍເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການຮ່ວມມືທາງດ້ານວັດທະນະທຳ - ສັງຄົມໃຫ້ຫຼາຍກວ່າອີກ.


ຕອບກັບ

ຂ່າວ/ບົດ​ອື່ນ