ເພີ່ມພູນຄູນສ້າງສາຍພົວພັນມິດຕິພາບຫວຽດນາມ-ລາວຢ່າງບໍ່ຢຸດຢັງ

ເພີ່ມພູນຄູນສ້າງສາຍພົວພັນມິດຕິພາບຫວຽດນາມ-ລາວຢ່າງບໍ່ຢຸດຢັງ - ảnh 1
ທ່ານ ພົນ​ເອກ ຟຸ່ງກວາງ​ແທງຕ້ອນ​ຮັບ​ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ
(ພາບ: TTXVN)

(vovworld)- ຕອນ​ເຊົ້າ​ວັນ​ທີ 9 ມີ​ນາ, ທ່ານ ພົນ​ເອກ ຟຸ່ງກວາງ​ແທງ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ການ​​ປະ​ເທດ ຕ້ອນ​ຮັບ​ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນຜູ້​ມີ​ອຳ​ນາດ​ເຕັມ ແຫ່ງ ສ​ປ​ປ ລາວ ປະ​ຈຳ ສ​ສ ​ຫວຽດ​ນາມ. ໃນ​ການ​ຕ້ອນ​ຮັບ, ສອງ​ຝ່າຍຢັ້ງ​ຢືນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ ເພື່ອ ​ປົ​ກ​ປັກ​ຮັກ​ສາ ແລະ ເພີ່ມ​ພູນ​ຄ​ູນ​ສ້າງ​ສາຍ​ພົວ​ພັນມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ-ລາວ​ຕະຫຼອດ​ໄປ. ກ່ຽ​ວ​ກັບ​ການ​ພົວ​ພັນ​ປ້ອງ​ກັນ​ຊາດ​ຂອງ​ສອງ​ຝ່າຍ ທ່ານ ພົນ​ເອກ ຟຸ່ງກວາງ​ແທງ​ ຫວັງ​ວ່າ​ ທ່ານ ທອງ​ສະ​ຫວັນ ພົມ​ວິ​ຫານ ເອກ​ອັກ​ຄະ​ລັດ​ຖະ​ທູດ ​ລາວ ປະ​ຈຳ​ຫວຽດ​ນາມ ຈະ​ສືບ​ຕໍ່​ເປັນ​ຂົວ​ຕໍ່​ສຳ​ຄັນໃນ​ວຽກງານ​ການ​ຊຸກ​ຍູ້, ເພີ່ມ​ທະ​ວີ​ການ​ຮ່ວ​ມ​ມື​ປ້ອງ​ກັນ​ຊາດ. ທ່ານ ພົນ​ເອກ ຟຸ່ງກວາງ​ແທງ​ ເນັ້ນ​ໜັກ​​ວ່າກ​ກອງ​ທັບ ​ສອງ​ປະ​ເທດ ​ຕ້ອງ​ສືບ​ຕໍ່​ນຳ​ເອົາ​ສາຍ​ພົ​ວ​ພັນ​ຮ່ວມ​ມື​ເຂົ້າ​ສູ່​ລວງ​ເລິກ, ບັນ​ລຸປະ​ສິດ​ທິ​ຜົນ​​ແທດ​ຈິງ, ຕອບ​ສະ​ໜອງ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ, ໃນ​ນັ້ນຖື​ເປັນ​ສຳ​ຄັນ​ການ​ຮ່ວມ​ມື ກໍ່​ສ້າງ, ແລກ​ປ່ຽນ​ບົດ​ຮຽນ​ການກໍ່​ສ້າງ​ກອງ​ທັບ, ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ການ​ຄຸ້ມ​ຄອງ, ປົກ​ປັກ​ຮັກ​ສາ​ເຂດ​ຊາຍ​ແດນ. ຄຽງ​ຄູ່​ກັນ​ນັ້ນ​, ສອງ​ຝ່າຍ​ເພີ່ມ​ທະ​ວີ​ການແລກ​ປ່ຽນ, ແຮກ​ສ່ຽວ​ ລະ​ຫວ່າງ ບັນ​ດາ​​ຫົວໜ່ວຍ, ຊ່ວຍ​ປະ​ຊາ​ຊົນລົບ​ລ້າງ​ຄວາມ​ອຶດ​ຫີວ ​ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ສະ​ກັດ​ກັ້ນ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ​່ຜິດກົດ​ໝາຍ ແລະ ກົນ​ອຸ​ບາຍ​​ແບ່ງ​ແຍກ ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ​ເປັນ​ມູນ​ເຊື້ອ, ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ລະ​ຫວ່າງ​ປະ​ຊາ​ຊົນ​ສອງ   ​ຊ​າດ ​ຢ່າງ​ທັນ​ການ.

ຂ່າວ/ບົດ​ອື່ນ