ເພື່ອໃຫ້ຊາວໜຸ່ມ ແມ່ນບ່ອນອີງ, ເສົາຄ້ຳຂອງປະເທດຊາດຕະຫຼອດໄປ

ເພື່ອໃຫ້ຊາວໜຸ່ມ ແມ່ນບ່ອນອີງ, ເສົາຄ້ຳຂອງປະເທດຊາດຕະຫຼອດໄປ - ảnh 1
ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຄັ້ງທີ 22

(vovworld) – “ລັດຖະບານ​ຈະ​ເຮັດ​ຈົນ​ສຸ​ດຄວາມ​ສາມາດ ​ເພື່ອ​ໃຫ້​ວຽກ​ງານ​ຊາວ​ໜຸ່ມ​​ໃຫ້ນັບ​ມື້​ນັບ​ພັດທະນາ, ​ເພື່ອ​ໃຫ້​ຊາວ​ໜຸ່ມ​ແມ່ນ​ບ່ອນ​ອີງ, ​ເສົາ​ຄ້ຳ​ຂອງ​ປະ​ເທດ​ຕະຫຼອດ​ໄປ”. ນັ້ນ​ແມ່ນ​ຄຳ​ຢັ້ງຢືນ​ຂອງ​ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ທີ່​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ ກ່ຽວ​ກັບ​ຊາວ​ໜຸ່ມ ຫວຽດນາມ ຄັ້ງທີ 22, ​ເຊິ່ງຈັດ​ຂຶ້ນ​ໃນ​ຕອນ​ບ່າຍ​ວັນ​ທີ 12/3 ຢູ່​ຮ່າ​ໂນ້ຍ. ທີ່​ກອງ​ປະຊຸມ, ບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ໄດ​້ຍົກ​ອອກບັນດາ​ເນື້ອ​ໃນ​ລະອຽດ​ ຄວນ​ເອົາ​ໃຈ​ໃສ່​ຜັນ​ຂະຫຍາຍ​ເພື່ອ​ເບິ່ງ​ແຍງ​ດູ​ແລ​ໃຫ້​ຊາວ​ໜຸ່ມ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ຊີ້​ແຈ້ງ​ວ່າບັນດາ​ສະມາຊິກ​ຂອງ​ຄະນະ​ກຳມະການ​ແຫ່ງ​ຊາດ ກ່ຽວກັບຊາວ​ໜຸ່ມ​ຄວນ​ຊຸກຍູ້​ກະຊວງ, ຂະ​ແໜງ​ການ ຂອງ​ຕົນ​ປະຕິບັດ​ບັນດາ​ແຜນ​ຮ່າງ, ວຽກ​ງານ​ທີ່​ພວມ​ຜັນ​ຂະຫຍາຍ​ບັນດາ​ໂຄງການ, ​ແຜນ​ຮ່າງ​​ເຊິ່ງລັດຖະບານ​ໄດ້​ອະນຸມັດ​ໃຫ້​ເປັນ​ຢ່າງ​ດີ:

“ບໍ່​ມີ​ເວລາ​ໃດ​ທີ່ລັດ​​ເຮົາພັດມີ​ຫຼາຍ​ຄົນ​ເຮັດ​ວຽກ​ງານ​ຊາວໜຸ່ມ​ຄື​ປະຈຸ​ບັນ. ນີ້​ແມ່ນ​ທ່າ​​ແຮງ​ຂອງ​ພວກ​ເຮົາ. ຄະນະ​ກຳມະການ​ຊາວ​ໜຸ່ມ​​ຕ້ອງ​​ເສີມ​ຂະຫຍາຍ​ກົງຈັກ​ນີ້. ຄະນະ​ຊາວ​ໜຸ່ມ​ອາດ​ຈະ​ນຳ​ໃຊ້​ຖັນ​ແຖວ​ຊາວໜຸ່ມທັງ​ໝົດ​ໃນ​ບັນດາ​ອົງການ, ຫົວໜ່ວຍ​ຂອງ​ຕົນ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະ​ເໜີ​ໃຫ້​ຄະນະ​ຊາວ​ໜຸ່ມ ຄວນ​ເອົາ​ໃຈ​ໃສ່​ສົມທົບ​ກັບ​ບັນດາ​ຫົວໜ່ວຍ, ອຳນາດ​ການ​ປົກຄອງ​ເພື່ອ​ໃຫ້​ຜູ້​ຄຸ້ມ​ຄອງ​ອົງການ​ນັ້ນ ນຳ​ໃຊ້​ຊາວ​ໜຸ່ມ​ຢ່າງ​ຖືກຕ້ອງ, ສົ່ງ​ເສີມ​ຊາວ​ໜຸ່ມ​ມີ​ຫົວຄິດ​ປະດິດ​ສ້າງ. ”

ຂ່າວ/ບົດ​ອື່ນ