ຕຳຫຼວດ ເຢຍລະມັນ
(ພາບປະກອບ)
|
(vovworld) – ວັນທີ 22/1, ອົງການໄອຍະການ ສະຫະພັນ ເຢຍລະມັນ ຢູ່ນະຄອນ Karlsruhe ປະກາດວ່າ: ໄດ້ຈັບຕົວ 2 ຄົນຢູ່ລັດ Rhine – Westphalia ເໜືອ, ທີ່ຖືກສົງໄສວ່າໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວກໍ່ການຮ້າຍໃນເຂດດິນແດນ ເຢຍລະມັນ. 2 ເປົ້າໝາຍດັ່ງກ່າວອາດຈະແມ່ນສະມາຊິກໃນອົງການ “ລັດອິດສະລາມ” (IS) ອ້າງຊື່ເອງ, ເຊິ່ງກ່ອນນັ້ນໄດ້ຮັບການບຳລຸງສ້າງຢູ່ຄ້າຍຝຶກອົບຮົມທີ່ ຊີຣີ.
ກ່ອນໜ້ານັ້ນ, ໃນບັ້ນຮົບຊອກຈັບຜູ້ຖືກສົງໄສກໍ່ການຮ້າຍ, ວົງການເຈົ້າໜ້າທີ່ ເຢຍລະມັນ ໄດ້ຈັບຕົວຜູ້ຊາຍ 2 ຄົນ ຢູ່ແບກແລງ. ດ້ວຍກ່າວຫາວ່າເປັນຜູ້ນຳໜ້າເຄືອຂ່າຍ ອິດສະລາມ “Moabit” ອ້າງຊື່ເອງຢູ່ ແບກແລງ. ອົງການນີ້ຖືກສົງໄສວ່າໄດ້ກະກຽມ, ໜູນຊ່ວຍດ້ານການເງິນ ແລະ ພາລະທິການໃຫ້ບັນດາເຫດການບຸກໂຈມຕີຂອງ IS ຢູ່ ຊີຣີ.