ເຢຍລະມັນຍູ້ແຮງການສະກັດກັ້ນການເຄື່ອນໄຫວເຂົ້າຮ່ວມກຳລັງອິດສະລາມຫົວຮຸນແຮງ

ເຢຍລະມັນຍູ້ແຮງການສະກັດກັ້ນການເຄື່ອນໄຫວເຂົ້າຮ່ວມກຳລັງອິດສະລາມຫົວຮຸນແຮງ - ảnh 1
ຊາວ ເຢຍ​ລະ​ມັນ​ນັບ​ຮ້ອຍ​ຄົນ ອອກ​ຈາກ​ປະ​ເທດ​ເພື່ອ​ເຂົ້າ​ຮ່ວມ​ກຳ​ລັງ IS
(ພາບ: baomoi.com)

(vovworld) – ວັນ​ທີ 4/2, ລັດ​ຖະ​ບານ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ Angela Merkel ໄດ້​ຮັບ​ຮອງ​ເອົາ​ຮ່າງ​ກົດ​ໝາຍ​ສະ​ບ​ັບ​ໜຶ່ງ​ເພື່ອ​ແນ​ໃສ່​ສະ​ກັດ​ກັ້ນ​ບັນ​ດາ​ພາກ​ສ່ວນ​ອິດ​ສະ​ລາມ​ຫົວ​ຮຸ​ນ​ແຮງ​ຂອງ​ປະ​ເທດນີ້​ໄປ​ຍັງ ອີ​ຣັກ ແລະ ຊີ​ຣີ ເພື່ອ​ເຂົ້າ​ຮ່ວມ​ບັນ​ດາ​ອົງ​ການ​ຄື​: “ລັດ​ອິດ​ສະ​ລາມ” (IS) ອ້າງ​ຊື່​ເອງ, ເຂົ້າ​ຮ່ວມ​ການ​ຝຶກ​ອົບ​ຮົມ​ກັບ​ບັນ​ດາ​ກຸ່ມ​ຄື​ແນວນັ້ນ ຫຼື ສະ​ໜອ​ງ​ເງິນ​ຄຳ​ໃຫ້​ກຳ​ລັງ​ນີ້. ໂຄ​ສົກ​ຂອງ​ທ່ານ​ນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ລະ​ມັນ ທ່ານ Steffen Seibert ໃຫ້​ຮູ້​ວ່າ: ພາຍຫຼັງ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ, ຮ່າງ​ກົດ​ໝາຍ​ດັ່ງ​ກ່າວ​ຈະ​ນຳ​ປະ​ເທດ ເຢຍ​ລະ​ມັນ ກາຍ​ເປັນ​ປະ​ເທດ​ສະ​ມາ​ຊິກ ສະ​ຫະ​ພາບ ເອ​ີ​ລົບ (ອີ​ຢູ) ທີ​ສອງ, ຖັດ​ຈາກ ຝ​ຣັ່ງ, ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ສະ​ກັດ​ກັ້ນ​ໄພ​ນາບ​ຂ​ູ່​ຈາກ “ບັນ​ດານັກ​ຮົ​ບ​ຕ່າງ​ປະ​ເທດ” ເຂົ້າ​ຮ່ວມ​ບັນ​ດາ​ກຳ​ລັງ​ຫົວ​ຮຸນ​ແຮງ​ຕາມ​ມະ​ຕິ​​ລົງວັນ​ທີ 24/9 ​ປີກາຍ​ນີ້​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ.

        ​ປະ​ຈຸ​ບັນ, ມີ​ພົນ​ລະ​ເມືອງ ເຢຍ​ລະ​ມັນ 600 ຄົນໄດ້​ເຂົ້າ​ຮ່ວມ​ກຳ​ລັງ IS ແລະ ບັນ​ດາກ​ຸ່ນ​ຫົວ​ຮຸນ​ແຮງ​ອື່​ນໆ​ຢູ່ ຊີ​ຣີ ແລະ ອີ​ຣັກ.

 


ຂ່າວ/ບົດ​ອື່ນ